ບັ້ນຊອກຫາເຮືອບິນMH370ຂອງມາເລເຊຍຖືກຫາຍສາບສູນກ້າວເຂົ້າໄລຍະຕັດສິນ

ບັ້ນຊອກຫາເຮືອບິນMH370ຂອງມາເລເຊຍຖືກຫາຍສາບສູນກ້າວເຂົ້າໄລຍະຕັດສິນ - ảnh 1


(vovworld)- ວັນ​ທີ 19/4, ທ່ານ Hussein Hishammudin, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ທັງ​ເປັນຜູ້​ຮັກສາ​ການ​ລັດຖະມົນຕີກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ​ໃນ 2 ມື້​ຈະ​ມາ​ເຖິງ, ບັ້ນ​ຊອກ​ຫາ​ເຮືອບິ​ນຖື​ກຫາຍ​ສາບ​ສູນ​ໃນ​ວັນ​ທີ 8/3 ຂອງ​ບໍລິສັດ​ການບິນ Malaysia Airlines ຈະ​ກ້າວ​ເຂົ້າ​​ໄລຍະ​ຕັດສິນ.

ກ່າ​ວຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ Hishammudin ປະກາດ​ວ່າ: ອຸປະກອນ​ກວດກາ ຂອງ​ທະຫານ ອາ​ເມ​ລິ​ກາ ​ຢູ່​ທ້ອງ​ທະ​ເລ​ທີ່ຖືກ​ສົງ​ໃສ​ວ່າ ​ເຮືອບິນ​ຕົກຈະ​ສິ້ນ​ສຸດ​ໃນ​ອາທິດ​ຫນ້າ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ,  ວຽກ​ງານ​ຊອກ​ຫາ​ເຮືອບິນ​ລຳ​ດັ່ງກ່າວ ຍັງ​ຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ປະຕິບັດ. ບັນດາ​ອົງການ​ກ່ຽວຂ້ອງ ພວມ​ຄິດ​ໄລ່​ຊັ່ງຊາ​ເຖິງ​ບາງວິທີ​ສຳ​ພັດ​ໃຫມ່, ​ໃນ​ນັ້ນ ​ເປີດ​ກວ້າງ​ຂອບ​ເຂດ​ຊອກ​ຫາ ​ແລະ ນຳ​ໃຊ້​ອຸປະກອນ​ອື່ນ​ຈຳນວນ​ຫນຶ່ງ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​​ຊອກ​ຫາ. ປະຈຸ​ບັນ ມີ​ເຮືອບິນ​ທະຫານ 11 ລຳ ພ້ອມ​ກັບ​ກຳ​ປັ່ນ​ຮົບ 12 ລຳ ​ເຂົ້າ​ຮ່ວມ​ວຽກ​ງານ​ຊອກ​ຫາ​ເຮືອ​ບິນ​ຖືກ​ຫາຍ​ສາບ​ສູນ​ຂອງ​ມາ​ເລ​ເຊຍ. ຂອບ​ເຂດ​ຊອກ​ຫາ​ເຮືອບິນ​ລຳ​ນີ້ ​ແມ່ນ​ປະຕິບັດ​ໃນ​ເນື້ອ​ທີ່ 50.200 ຕາລາງ​ກິ​ໂລ​ແມັດ ຢູ່ ທາງ​ທິດ​ໃຕ້​ມະຫາ​ສະມຸດ​ອິນ​ເດຍ.

 

 

ຂ່າວ/ບົດ​ອື່ນ