ບັ້ນຊອກຫາເຮືອບິນQZ8501ຖືກຫາຍສາບສູນ

ບັ້ນຊອກຫາເຮືອບິນQZ8501ຖືກຫາຍສາບສູນ  - ảnh 1
ພາບ​ປະ​ກອບ:vietnamplus.vn

(vovworld)-​ ວັນ​ທີ 1/1 ແມ່ນມື້​ທີ 5 ຂອງບັ້ນ​ຊອກ​ຫາ​ເຮືອ​ບິນ QZ 8501 ຖືກ​ຫາຍ​ສາບ​ສູນ​ຢູ່​ຊ່ອງ​ທະ​ເລ Karimata. ມາ​ຮອດ​ປະ​ຈຸ​ບັນ ​ຫນ່ວຍ​ກູ້​ໄພ​ກູ້​ຊີບ​ໄດ້​ຊອກ​ເຫັນສາກ​ສົບ​ຂອງ​ຜູ້​ໂດຍ​ສານ 7 ຄົນ​. ບັນ​ດາ​ສາຍ​ເຫດກໍ່​ໃຫ້​ເກີດ​​ກໍ​ລະ​ນີເຮືອ​ບິນ​ດັ່ງ​ກ່າວ​ຖືກ​ຫາຍ​ສາບ​ສູນ ພວມ​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ, ໄຈ​້​ແຍກ​ຈາກ​ບັນ​ດາ​ຜູ້​ຊ່ຽວ​ຊານ.

ເມື່ອ​ໄດ້​ຮັບ​ຂ່າວ​ກ່ຽວ​ຂ້ອງ​ເຖິງ​​ກໍ​ລະ​ນີ​ເຮືອ​ບິນ​ດັ່ງ​ກ່າວ​ຖືກ​ຫາຍ​ສາບ​ສູນ, ວັນ​ທີ 31/12/2014, ທ່ານ​ເລ​ຫາຍ​ບີງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ຫວຽດ​ນາມ ປາ​ດ​ຖະ​ຫນາ​ວ່າ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ ຈະ​ຊ່ວຍ​ຊອກ​ເຫັນ​ບັນ​ດາ​ຜູ້​ປະ​ສົບ​ໄພ​ທີ່​ຍັງ​ເຫລືອ​ໂດຍ​ໄວ. ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີນ​ຊາງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄ​ວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodo. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ກໍ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi.

ຂ່າວ/ບົດ​ອື່ນ