ບັນຍາກາດ ເລີ່ມຕົ້ນ ການຜະລິດໄລຍະ ຕົ້ນປີໃຫມ່

ບັນຍາ​ກາດ​ເລີ່​ມຕົ້ນ​ການ​ຜະລິດ​ໃນ​ຕົ້ນ​ປີ​​ ພວມ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ຢູ່​ຫລາຍ​ກະຊວງ, ຂະ​ແຫນງ​ການ ​ແລະ ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ.

ບັນຍາກາດ ເລີ່ມຕົ້ນ ການຜະລິດໄລຍະ ຕົ້ນປີໃຫມ່  - ảnh 1
ທ່າກຳປັ່ນຫາຍຟ່ອງ
ພາບ:haiphongonline

ຢູ່​ທ່າ​ກຳ​ປັ່ນ​ຂອງ​ນະຄອນ​ ຫາຍ​ຟ່ອງ, ບັນຍາກາດ​ເຮັດ​ວຽກ​​ແມ່ນ​ຟົດ​ຟື້ນ ຄື​ດັ່ງ​ມື້​ທຳ​ມະ​ດາ. ທ່ານ ບູ່​ຍຈຽນ​ທັງ ຮອງ​ຜູ້ອຳນວຍການ​ໃຫຍ່ ບໍລິສັດທ່າ​ກຳ​ປັ່ນ​ຫາຍ​ຟ່ອງຈຳກັດ ຜູ້​ດຽວ ​​ໃຫ້​ຮູ້​ວ່າ:

        “​ໃນ​ຊຸມ​ມື້ບຸນ​ເຕັດ ພວກ​ຂ້າພະ​ເຈົ້າ​ຍັງ​ຮັກສາ​ການ​ເຄື່ອນ​ໄຫວ​ໃນ​ຕະຫລອດ 24 ຊົ່ວ​ໂມງ, ພວກ​ຂ້າພະ​ເຈົ້າ​ຮັບ​ສິນຄ້າທັງໝົດ​ຈາກ​ບັນດາ​ກຳ​ປັ່ນ. ນອກຈາກ​ກຳ​ປັ່ນ​ພາຍ​ໃນ​ປະ​ເທດ​ແລ້ວ,​ກຳ​ປັ່ນ​ຂອງ​ຕ່າ​ງປະ​ເທດ ກໍ​ເຂົ້າ​ອອກທ່າ​ກຳ​ປັ່ນ​ເປັນ​ປົກກະຕິ ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຕ້ອງ​ຮັກສາ​ກຳລັງ​ເພື່ອ​ເຮັດ​ວຽກ​ໃນ​ຊຸມ​ມື້ບຸນ​ເຕັດ.”

        ປີ 2011 ຜ່ານ​ມາ,​ ທ່າ​ກຳ​ປັ່ນ​ຫາຍ​ຟ່ອງໄດ້​ຂົນ​ສິນຄ້າປະມານ 17.5 ລ້ານ​ໂຕນ, ສ້າງລາຍຮັບ​ກວ່າ 1.200 ຕຶ້ດົ່ງ. ທ່າ​ກຳ​ປັ່ນ​ຫາຍ​ຟ່ອງສູ້​ຊົນ​ສຳ​ເລັດ​ຈຸດໝາຍ​ຂົນ​ສິນຄ້າ​ໃຫ້​ໄດ້ 19 ລ້ານ​ໂຕນ​ໃນ​ປີ 2012./.

 

ຕອບກັບ

ຂ່າວ/ບົດ​ອື່ນ