ບັນຍາກາດຕ້ອນຮັບງານບຸນຄິຼດສະມາດຢ່າງຄຶກຄື້ນມ່ວນຊື່ນຢູ່ຫວຽດນາມ

ບັນຍາກາດຕ້ອນຮັບງານບຸນຄິຼດສະມາດຢ່າງຄຶກຄື້ນມ່ວນຊື່ນຢູ່ຫວຽດນາມ - ảnh 1
ປະຊາຊົນ​ໄດ້​ພາກັນ​ມາ​ຍັງ​ບໍລິ​ເວ​ນນີ້​ເປັນ​ຈຳນວນ​ຫລວງຫລາຍ
ສ້າງ​​ເປັນບັນຍາກາດຟົດ​ຟື້ນ​ມ່ວນ​ຊື່ນ

(vovworld) - ​​ເຈືອ​ຈານ​ເຂົ້າ​ກັບ​ບັນດາ​ກາດ​ຕ້ອນຮັບ​ງານ​ບຸນ​ຄິຼດສະມາດ​ໃນ​ທົ່ວ​ປະ​ເທດ, ຄ່ຳ​ຄືນ​ວັນ​ທີ 24/12 ຊາວ​ນະຄອນຫລວງ ຮ່າ​ໂນ້ຍ ​ໄດ້​ພາກັນ​ໄປ​ຍັງບັນດາ​ໂບດ, ສະຖານ​ທີ່ບັນ​ເທິງ​ເພື່ອ​ຕອນ​ຮັບ Noel. ​ໂດຍ​ຕ່າງກັບ​ທຸກ​ປີ​ ປີ​ນີ້​ບໍລິ​ເວນ​ໜອງ ​ໂຮ່​ເກືອ​ມ ​ແລະ ບັນດາ​ໂບດ ພຽງ​ແຕ່​ສະຫງວນ​ໃຫ້​ຄົນ​ຍ່າງ​ໄປ ດັ່ງ​ນັ້ນ ປະຊາຊົນ​ໄດ້​ພາກັນ​ມາ​ຍັງ​ບໍລິ​ເວ​ນນີ້​ເປັນ​ຈຳນວນ​ຫລວງຫລາຍ ສ້າງ​​ເປັນບັນຍາກາດຟົດ​ຟື້ນ​ມ່ວນ​ຊື່ນ.

        ບັນ​ຍາ​ກາ​ດວັນ​ຄິຼດສະມາດ​ປີ​ນີ້ ກໍ່​ດຶງ​ດູດ​ປະຊາຊົມ​ເປັນ​ຈຳນວນ​ຫລວງຫລາຍ​ມາ​ຢ້ຽມ​ຊົມ​ບັນດາ​ສູນ​ການ​ຄ້າ​ໃຫຍ່​ຄື: Vincom ບ່າ​ຈ້ຽວ, Lotte ຫລຽວ​ຢາຍ…ອ້າຍ ​ເຈືອງ​ຕ໋ວນຮຽບ ຢູ່ ​ແທງ​ຊວນ ​ໃຫ້​ຮູ້​ວ່າ:

        “​ມາ​ແຫ່ງ​ນີ້ ຂ້າພະ​ເຈົ້າຮູ້​ສຶກ​ເບີກບານ​ມ່ວນ​ຊື່ນ​ທີ່​ໄດ້​ເຈືອ​ຈານ​ໃນ​ບັນຍາກາດ​ຂອງ​ງານ​ບຸນ​ໃຫຍ່, Noel ​​ສະ​ຫງວນ​ໃຫ້​ທຸກ​ຄົນ ບໍ່​ພຽງ​ແຕ່​ສະຫງວນ​ໃຫ້​ຊາວ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ. ຢູ່ ຫວຽດນາມ ​ເຊັ່ນ​ດຽວ​ກັນ ນັບ​ແຕ່​ເດັກນ້ອຍ​ຕະຫລອດ​ຮອດ​ຜູ້​ເຖົ່າຜູ້​ແກ່ ທຸກ​ຄົນພ້ອມ​ກັນ​ເຂົ້າ​ກັບ​ບັນດາ​ກາດ Noel ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ. ອວຍພອນ​ໃຫ້​ທຸກ​ຄົນ​ມີ​ຊີວິດຢູ່​ເຢັນ​ເປັນ​ສຸກ ​ແລະ ຕ້ອນຮັບ​ປີ​ໃໝ່​ໃນ​ຄວາມ​ຜາ​ສຸກ​.”

ຂ່າວ/ບົດ​ອື່ນ