ບັນຍາກາດຕ້ອນຮັບບຸນປີໃຫມ່ປະແມດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດຫວຽດນາມ

ບັນຍາກາດຕ້ອນຮັບບຸນປີໃຫມ່ປະແມດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດຫວຽດນາມ - ảnh 1
ການ​ຍິງບັ້ງ​ໄຟ​ດອກ​ຢູ່​ຂົວ​ເຍີດ​ເຕິນ ຮ່າ​ໂນ້ຍ
ພາບ:baomoi.com

(vovworld)- ຕອນ​ເຊົ້າ​ວັນ​ທີ 1 ຂອງ​ບຸນ​​ປີ​ໃຫມ່​ປະ​ຈຳ​ຊາດ​ປີ​ມະ​ແມ ກົງ​ກັບ​ວັນ​ທີ 19/2, ພະ​ນັກ​ງານ, ກອງ​ທັບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ ລີ​ເຊີນ ແຂວງ ກວ໋າງ​ຫງາຍ ໄດ້​ຈັດ​ຕັ້ງ​ພິ​ທີ​ເຄົາ​ລົບ​ທຸງຊາດ​ຕົ້ນ​ລະ​ດູ​ບານ​ໃຫມ່. ກ່ອນ​ຫນ້ານັ້ນ ຕອນ​ຄ່ຳ​ວັນ​ທີ 18/2(ກົງ​ກັບ​ວັນ​ທີ 30 ​ບຸນ​ເຕັດ) ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ ໄດ້​ຕ້ອນ​ຮັບ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່​ຢ່າງ​ເບິກ​ບານ​ມ່ວນ​ຊື່ນ. ຢູ່​ຮ​່າ​ໂນ້ຍ, ຊາວ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ນັບ​ໝື່ນໆ​ຄົນ ໄດ້​ເຕົ້າ​ໂຮມ​ຢູ່​ບັນ​ດາ​ສະ​ຖານ​ທີ່​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ, ຍິງບັ້ງ​ໄຟ​ດອກ ເພື່ອ​ພ້ອມ​ກັນ​ຕ້ອນ​ຮັບ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່. ແບ່ງ​ປັນ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຕ້ອນ​ຮັບ​ປີ​ໃຫມ່, ອ້າຍ ໂງງອກ​ດ໋ຽນ, ຢູ່ ຕາ​ແສງ ຫວ້ານ​ຟຸກ ເມືອງ ບາ​ດີງ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ປີ​ໃຫມ່ ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ຄອບ​ຄົວ​ໄດ້​ຮັບ​ຄວ​າມໂຊກ​ດີຕະ​ຫລອດ​ປີ. ປີ​ຜ່ານ​ມາ ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ, ກ້າວ​ເຂົ້າ​ສູ່​ປີ​ໃຫມ່ ຫວັງ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ ແລະ ຮັບ​ປະ​ກັນ​ໃຫ້​ຄອບ​ຄົວ​ມ​ີ​ຄວາມ​ອີ່ມ​ໜຳ​ສຳ​ລານກວ່າ.”

 ຢູ່​ບັນ​ດາ​ເສັ້ນ​ທາ​ງ​ໃຈ​ກາງ ນະ​ຄອນ ໂຮ່​ຈິ​ມີນ, ຊາວ​ນະ​ຄອນ ນັບ​ໝື່ນ​ໆ​ຄົນ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ຫລິ້ນ​ບັນ​ເທິງ​ຢ່າງ​ເບິກ​ບານ​ມ່ວນ​ຊ​ື່ນ. ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ, ຕ້ອນ​ຮັບ​ປີ​ໃຫມ່, ຊາວ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຮັບ​ຊົມ​ການ​ຍິງບັ້ງ​ໄຟ​ດອກ​ສິ​ລະ​ປະ ຊື່ງ​ຈັດ​ຂຶ້ນ​ຢູ່ 8 ສະ​ຖ​ານ​ທີ່.

​ ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ປີ​ມະ​ແມ ​ຢູ່ບັນ​ດາ​ແຂວງ​ຄື: ດ້ຽນ​ບຽນ, ອຽນ​ບາຍ, ຊອກ​ຈັງ, ບັກ​ນີງ, ຟູ ອຽນ ແລະ​ອື່ນໆ​ໃນ​ທົ່ວ​ປະ​ເທດ ກໍ່​ໄດ້ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ຍິງບັ້ງ​ໄຟ​ດອກ​ສິ​ລ​ະ​ປະ, ລາຍ​ການ​ຟ້ອນ​ສິງ​ໂຕ ແລະ ການ​ແຂ່ງ​ຂັນ​ມວຍ​ສິ​ລະ​ປະ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ທ້ອງ​ຖິ່ນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

 

ຂ່າວ/ບົດ​ອື່ນ