ບັນຍາກາດຕ້ອນຮັບບຸນເຕັດຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ

ບັນຍາກາດຕ້ອນຮັບບຸນເຕັດຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ - ảnh 1
ພາບ​ປ​ະ​ກອບ

(vovworld) -  ​ວັນ​ທີ 27/1 (ກົງ​ກັບ​ວັນ​ທີ 30/12 ຂອ​ງ​ບຸນ​ເຕັດ) ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ - ບຸນ​ປີ​ໃໝ່​ປະ​ລະ​ກາ 2017 ພວມ​ປົກ​ຄຸມ​ທົ່ວທຸກໆ​ບ່ອນ. ວັນ​ທີ 30 ຂອງ​ບ​ຸ​ນ​ເຕັດ​ແມ່ນ​ວັນ​ພິ​ເສດ ຍ້ອນ​ວ່າ​ແມ່ນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​​ໃໝ່ ທີ່​ສັກ​ກະ​ລະ​ບູ​ຊາທີ່​ສຸດ. ທຸກໆ​ຄົນ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຕ້ອນ​ຮັບ​ປີ​ໃໝ່​ດ້ວຍ​ຄວາມ​ຫວັງ​ໃໝ່, ພະ​ລັງ​ຊີ​ວິດ​ໃໝ່ ແລະ ຄວາມ​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ. ເອື້ອຍ ຟ້າມ​ທິ​ລານ, ຊາວນ​ະ​ຄອນ ໂຮ່​ຈີ​ມິນ, ໄດ້​ສະ​ແດງ​ຄວາມ​ຫວັງ​​ເມື່ອ​ກ້າວ​ເຂົ້າ​ສູ່ປີ​ໃໝ່​​ວ່າ:

        “ຈຸ​ດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ຜູ້​ອາ​ຍຸ​ສູງ​ໃນ​ຄອບ​ຄົວ​ຈະ​ຕາງ​ໜ້າ​ໃຫ້​ຄອບ​ຄົວ​​ໃຕ້ທູບ​ທຽນ​ເພື່ອ​ປາດ​ຖະ​ໜ​າ​ປີ​ໃໝ່​ມີ​ຄວາມ​ໂຊກ​ດີ, ສຸ​ຂະ​ພາບ​ເຂັ້ມ​ແຂງ, ສະ​ຫງົບ​ສຸກ. ຫຼັງ​ຈາກນັ້ນ, ທຸກ​ຄົນ​ໃນ​ຄອບ​ຄົວ​ເຕົ້າ​ໂຮມ​ກັນ​ເພື່ອ​ຮັບ​ຟັງ​ຄຳ​ອວຍ​ພອນ​ປີ​ໃໝ່​ຂອງ​ທ່ານ​ປະ​ທານ​ປະ​ເທດ, ​ແລ້ວກໍ່​ໄປ​ຕອນ ເພື່ອ​ຕອນ​ເຊົ້າ​ໄປ​ຕ້ອນ​ຮັບ​ປີ​ໃໝ່ ດ້ວຍ​ບັນ​ດາ​ສິ່ງ​ທີ່​ດີ​ງາມ.”

        ຢູ່​ນະ​ຄອນ ເກີນ​ເທີ, ບັນ​ດາ​ເຂດ​ປູກດອກ​ໄມ້, ຕະຫຼາດ​ຂາຍດອກ​ໄມ້​ຂອງ​ນະ​ຄອນ​ມີແຂກ​ທ່ອງ​ທ່ຽວ​ມາ​ຊົມ, ຊື້​ຂາຍ ແລະ ຕ້ອນ​ຮັບ​ບັນ​ຍາ​ກາດ​ຂອງ​ບຸນ​ເຕັດ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ. ​ອ້າຍ​ເລ​ໂດ໋​ເຄືອງ, ຊາວ​ແຂວງ ຈ່າວ​ີງ ໃຫ້​ຮູ້​ວ່າ: ອ​້າຍ​ພ້ອມ​ກັບ​ໝູ່​ເພື່ອນ​ຂອງ​ຕ​ົນ​ເລີ່ມ​ເດີນ​ທາງ​ໄປ​ທ່ຽວ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ແຕ່​ວັນ​ທີ 29 ຂອງ​ບຸນ​ເຕັດ, ຕອນ​ແລງວັນ​ທີ 30 ບຸນ​ເຕັດ ອ້າຍ​ພ້ອມ​ກັບ​ໝູ່​ເພື່ອນ​ຈະ​ກັບ​ບ້ານ​ຕ້ອນ​ຮັບ​ບຸນ​ເຕັດ. ສະ​ຖານ​ທ​ີ່​ທຳ​ອິດ​ທີ່​ອ້າຍ ເຄືອງ​ພ້ອມ​ກັບ​ໝູ່​ເພື່ອນ​ມາ​ຢາມ​ແມ່ນ​ນະ​ຄອນ ເກີນ​ເທີ, ອ້າຍ​ເຄືອງ ກ່າວ​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ໄປ​ທ່ຽວ ເກີນ​ເທີ. ໄປຫຼິ້ນ, ຮັບ​ຊົມ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດຢ່າງ​ຟ​ົດ​ຟື້ນ, ມ່ວນ​ຊື່ນ, ຄົນ​ມາ​ຊົມ​ຢ່າງ​ໜາ​ແໜ້ນ ຮູ້​ສຶກ​ສະ​ບາຍ​ໃຈ.”


ຂ່າວ/ບົດ​ອື່ນ