ບັນຍາກາດຕ້ອນຮັບປີໃຫມ່ປະຈຳຊາດຂອງຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ.

(vovworld) - ​ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ປີມະເສງ 2013, ຊາວຫວຽດນາມ ພາຍໃນປະເທດ ແລະ ອາໄສຢູ່ຕ່າງປະເທດໄດ້ຈັດການເຄື່ອນໄຫວ​ຫລາຍ​ຢ່າງ​ເພື່ອ​ຕ້ອນຮັບ​ປີ​ໃຫມ່. ຕອນ​ຄຳ່​ວັນ​ທີ 9/2, ສູນວັດທະນະທຳ​ຫວຽດນາມ ປະຈຳ​ຝລັ່ງ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນປີ​ໃຫມ່​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ, ​ໃນ​ນັ້ນ​ໄດ້​ຊົມ​ລາຍການ​ຖ່າຍ​ທອດ​ສົດທາງ​ໂທລະພາບ​ບັນຍາກາດ​ຕ້ອນຮັບ​ປີ​ໃຫມ່​ຂອງ​ຊາວ​ຫວຽດນາມ ພາຍ​ໃນ​ປະ​ເທດ ​ແລະ ຮັບ​ຟັງ​ຄຳ​ອວຍພອນ​ປີ​ໃຫມ່​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ. ລຸງ ຟ້າ​ມຢາ​ຈູງ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລ່ັງກວ່າ 60 ປີ​​ແລ້ວມີ​ຄວາມ​ສຶກຕື້ນ​ຕັນ​ໃຈ​ໂດ​ຍ​ແບ່ງ​ປັນ​ວ່າ:

        “ຂ້າພະ​ເຈົ້າ​ດຳລົງ​ຊີວິດ​ຢູ່​ຝລັ່ງກວ່າ 62 ປີ​ແລ້ວ. ຊຸມ​ມື້ບຸນ​ເຕັດ​ແມ່ນ​ຈຸດ​ເວລາ​ໄດ້​ພົບ​ປນ, ​ໂອ້​ລົມ​ກັນ ​ແລະ ຄິດ​ເຖິງ​ປະຊາຊົນ​ຢູ່​ພາຍ​ໃນ​ປະ​ເທດ. ຂ້າພະ​ເຈົ້າ​ເຫັນ​ວ່າ ປະຈຸ​ບັນ ປະ​ເທດ​ຫວຽດນາມ ​ໄດ້​ມີການ​ປ່ຽນ​ແປງ​ຫລາຍ​ຢ່າງ​ແລ້ວ ​ແລະ ຊາວ​ຫວຽດນາມ ກໍ​ມີ​ຄວາມ​ສະຫນິດ​ຕິດ​ພັນ​ນຳ​ກັນ​ຫລາຍ​ກວ່າ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ປະ​ເທດ​ຊາດ​ຈະ​ຮັ່ງມີ​ເຂັ້ມ​ແຂງ​ກວ່າ​ເກ​ົ່າ.”

        ​ໃນ​ມື້​ສຸດ​ທ້າຍ​ຂອງ​ປີ​ເກົ່າ, ຊາວ​ຫວຽດນາມ ກວ່າ 70 ຄົນທີ​່ດຳລົງ​ຊີວິດ​ຢູ່ ນະຄອນຫລວງ​ໂຕ​ກຽວ ກໍ​ໄດ້​ໄປ​ວັດ Nisshin Kutsu ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ພາວະນາ​ສິ່ງ​ທີ່​ດີ​ໃນ​ໂອກາດ​ບຸນ​ເຕັດ​ປະຈຳ​ຊາດ.

        ສ່ວນ​ຢູ່ ສປປ ລາວ, ​ໃນ​ຕອນ​ຄຳ່​ມື້​ສຸດ​ທ້າຍ​ປີ​ເກົ່າ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ລາວ​ໄດ້​​ກະກຽມ​ພາ​ເຂົ້າ​ເພື່ອ​ບູຊາ​ປູ​ຍ່າ​ຕາ​ຍາຍ. ທ່ານ ຮ່ວາງ​ຢຽວ ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ໃຫ້​ຮູ້​ວ່າ:

        “​ໃນ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່, ໝົດ​ທຸກ​ຄົນ​ໃນ​ຄອບຄົວ​ລ້ວນ​ແຕ່​ຮັບ​ຊົມ​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຮັບຟັງ​ຄຳ​ອວຍພອນ​ປີ​ໃຫມ່​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ຫລັງ​ຈາກ​ນັ້ນ ໝົດ​ທຸກ​ຄົນ​ພ້ອມ​ກັນ​ຍົກ​ຈອກ​ອວຍພອນ​ກັນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ