ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃໝ່​ສາ​ກົນຢູ່​​ປະ​ເທດ​ເອີ​ຣົບ

(VOVWORLD) -     ໃກ້ຈະກ້າວເຂົ້າສູ່ປີໃໝ່ 2021 ແລ້ວ, ແຕ່ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ສະນັ້ນ ບັນຍາກາດຕ້ອນຮັບປີໃໝ່ຢູ່ເອີຣົບ ຍັງມິດງຽບ. ມາດຕະການເພີ່ມທະວີການຄວບຄຸມໂລກລະບາດ ແມ່ນທ່າອ່ຽງລວມຢູ່ຫຼາຍປະເທດເອີຣົບໃນມື້ສຸດທ້າຍຂອງປີ 2020.
ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃໝ່​ສາ​ກົນຢູ່​​ປະ​ເທດ​ເອີ​ຣົບ - ảnh 1 ບັນຍາກາດຕ້ອນຮັບປີໃໝ່ຢູ່ ມົດສະກູ, ລັດເຊຍ (ພາບ: AP/Pavel Golovkin)

ຢູ່ຝລັ່ງ, ເພື່ອແນໃສ່ສະກັດກັ້ນການແຜ່ລາມຂອງກໍລະນີຕິດເຊື້ອໂຄວິດ - 19, ວັນທີ 31 ທັນວາ,  ເຈົ້າໜ້າທີ່ຂອງປະເທດນີ້ ໄດ້ລະດົມກໍາລັງຕຳຫຼວດ ແລະ ທະຫານ ຈໍານວນ 100.000 ນາຍ ເພື່ອສະກັດກັ້ນການຈັດຕັ້ງງານສະຫຼອງປີໃໝ່ຢູ່ສະຖານທີ່ສາທາລະນະກໍຄືປັບປຸງຂໍ້ກຳນົດໄອຍະການເສິກຕອນກາງຄືນ.

        ກໍຄ້າຍຄືກັນກັບ ຝລັ່ງ, ຫຼາຍປະເທດອື່ນຢູ່ເອີຣົບ ກໍຈະບໍ່ຈັດຕັ້ງການຕ້ອນຮັບປີໃໝ່ໃນສະພາບການທີ່ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ. ຢູ່ອັງກີດ, ວັນທີ 30 ທັນວາ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ປະກາດວ່າ, ເລີ່ມແຕ່ວັນທີ 31 ທັນວາ 2020 ເປັນຕົ້ນໄປ, ປະຊາຊົນທີ່ເຕົ້າໂຮມກັນກວ່າ 20 ຄົນ ຢູ່ ເຂດ England ຈະໄດ້ນຳໃຊ້ມາດຕະການຄວບຄຸມໂລກລະບາດຢ່າງເຂັ້ມງວດທີ່ສຸດ.

        ຢູ່ ໄອແລນ, ວັນທີ 31 ທັນວາ, ປະເທດນີ້ ໄດ້ຈັດວາງມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ລະດັບສູງສຸດ.

        ສ່ວນເຢຍລະມັນ ແລະ ໂຮນລັງ ພວມຢູ່ໃນສະພາບການປິດເມືອງ ແລະ ຈະສືບຕໍ່ແກ່ຍາວໃນຊຸມວັນທຳອິດຂອງປີໃໝ່. ລັດຖະບານ ເຢຍລະມັນ ກໍຫ້າມບໍ່ໃຫ້ຍິງບັ້ງໄຟດອກ ແລະ ປະຕິບັດຂໍ້ກຳນົດວ່າດ້ວຍການຫ້າມເຕົ້າໂຮມກັນຫຼາຍຄົນຢູ່ສະຖານທີ່ສາທາລະນະຢ່າງເຂັ້ມງວດກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ