ບັນຍາກາດຕ້ອນຮັບລະດູບານໃໝ່ປີຊວດ 2020 ຖືກດຳເນີນໄປຢ່າງຟົດຟື້ນຢູ່ຫຼາຍປະເທດ

(VOVWORLD) -ສະຖານທູດຫວຽດນາມ ປະຈຳເມັກຊີໂກ ຫາກໍ່ຈັດຕັ້ງບຸນເຕັດປະຊາຄົມລະດູບານໃໝ່ປີຊວດ 2020.

ບັນຍາກາດຕ້ອນຮັບລະດູບານໃໝ່ປີຊວດ 2020 ຖືກດຳເນີນໄປຢ່າງຟົດຟື້ນຢູ່ຫຼາຍປະເທດ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ ຫງວຽນຮ່ວາຍເຢືອງ

(ພາບ vietnam+)

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ ຫງວຽນຮ່ວາຍເຢືອງ, ໄດ້ຢືນຢັນນະໂຍບາຍຂອງພັກ, ລັດ ແມ່ນຍາມໃດກໍ່ຖືເປັນສຳຄັນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມ ໄດ້ ແລະ ຕີລາຄາສູງບັນດາການປະກອບສ່ວນອັນລ້ຳຄ່າຂອງພໍ່ແມ່ປະຊາຊົນທີ່ມີຕໍ່ບ້ານເກີດເມືອງນອນ, ປະເທດຊາດ. ທ່ານເອກອັກຄະລັດຖະທູດກໍ່ຫວັງວ່າ, ປະຊາຄົມຊາວຫວຽດນາມ ທີ່ພວມເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ເມັກຊີໂກ ຍາມໃດກໍ່ເພີ່ມທະວີຄວາມສາມັກຄີ, ເຊື່ອມຕົວເຂົ້າກັບການດຳລົງຊີວິດ - ສັງຄົມຢູ່ປະເທດປະຈຳຖິ່ນໃຫ້ເປັນຢ່າງດີ.

          ຕອນຄ່ຳວັນທີ 19 ມັງກອນ, ສະຖານທູດຫວຽດນາມ ຢູ່ໂປໂລຍ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ໂປໂລຍ ຈັດພິທີຕ້ອນຮັບບຸນເຕັດປີຊວດ 2020 ຢູ່ນະຄອນຫຼວງ Warsaw. ຜູ້ຕາງໜ້າຝ່າຍໂປໂລຍ, ທ່ານ Janusz Piechocinski, ອະດີດນາຍົກລັດຖະມົນຕີໂປໂລຍ, ໄດ້ອວຍພອນປະຊາຄົມຊາວຫວຽດນາມ ອາໄສຢູ່ໂປໂລຍ ກ້າວເຂົ້າປີໃໝ່ 2020 ຈົ່ງມີຄວາມຜາສຸກ ແລະ ບັນລຸຜົນສຳເລັດຫຼາຍຢ່າງ, ພ້ອມກັນນັ້ນໄດ້ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ໃນການພັດທະນາເສດຖະກິດຂອງໂປໂລຍ ເວົ້າສະເພາະ ແລະ ແຂວງ Mazowieckie ເວົ້າລວມ.

          ແລະກໍ່ໃນວັນດຽວກັນ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນ Kosice, ສະໂລວາກີ; ສະມາຄົມນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລ Northampton ທາງພາກກາງປະເທດອັງກິດ;  ສະຖານທູດຫວຽດນາມ ປະຈຳແອັດສະປາຍ… ກໍ່ໄດ້ຈັດການເຄື່ອນໄຫວຕ້ອນຮັບບຸນເຕັດປີຊວດ 2020 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ