ບັນຍາກາດບຸນວັນເພງເດືອນ8ຢູ່ທ້ອງຖິ່ນຕ່າງໆ

ບັນຍາກາດບຸນວັນເພງເດືອນ8ຢູ່ທ້ອງຖິ່ນຕ່າງໆ - ảnh 1
(ພາບປະກອບ)

(vovworld) – ​ໃນ​ວັນ​ທີ 27/09, ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບບຸ​ນວັນ​ເພງ​ເດືອນ 8​ ຖືກ​ດຳ​ເນີນ​ໄປ​ໃນ​ຖະໜົນ​ສາຍ​ຕ່າງໆ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ຈຸ​ດພົ້ນ​ເດັ່ນ​ຂອງບຸ​ນວັນ​ເພງ​ເດືອນ 8​ ປີ​ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຕ້ອນຮັບບຸ​ນວັນ​ເພງ​ເດືອນ 8​ ຢູ່​​ເຂດ​ປຸຊະນີ​ຍະສະ​ຖານ​ໃນ​ຄຸມ​ເມືອງ​ເກົ່າ, ບັນດາ​ນັກ​ສິລະ​ປະການ​ແນະນຳ​ໃຫ້​ເດັກນ້ອຍ​​ເຮັດ​ເຄື​່ອງຫຼີ້ນພື້ນ​ເມືອງ​ຄື: ​ເຫດ​ຄົມ​ໂຟດວງ​ດາວ, ​​ວ່າວ​ເຈ້ຍ, ປັ້ນ​ຮູບ​ຕ່າງໆ ກໍ​ຄື​ຈັດ​ງານ​ວາງສະ​ແດງ, ສະ​ແດງ​ຕຸກກະຕາ…

        ຕອນ​ຄໍ່າ​ວັນ​ທີ 27/09, ຄະນະ​ຊາວ​ໜຸ່ມ​ດ່າ​ນັ້ງ, ສະມາຄົ​ມ​ໃຈ​ບຸນ​ໃຈ​ກູ​້ສົນ, ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ນະຄອນ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ “ງານບຸນ​​ໄຫວ້​ພະຈັນ”, ​ອັນໄດ້​ດຶງ​ດູດ​ພວກ​ເດັກນ້ອຍ​ເຍົາ​ວະ​ຊົນ, ​ເດ​ັກນ້ອຍທຸກ​ຍາກ, ​ເດັກ​ພິການ​​ເກ​ືອບ 1000 ຄົນ​ເຂົ້າ​ຮ່ວມ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ນະຄອນ​ດ່າ​ນັ້ງ ​ໄດ້​ມອບ​ຂອງຂວັນ​ເກືອບ 600 ​ພູ​ດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 4 ​ແສນ​ດົງ​ໃຫ້​ເດັກ​ທຸກ​ຍາ​ກ. ນ້ອງ ກວ່າ​ນກິມຮ່ວານ, ​ເມືອງ ຫງູແຫ່ງ​ເຊີນ, ນະຄອນ​ດ່າ​ນັ້ງ, ​ໃຫ້​ຮູ້​ວ່າ.

        “ບຸ​ນວັນ​ເພງ​ເດືອນ 8 ນີ້, ຄອບຄົວ​ຂອງ​ລູກ​ໄດ້ຮັບ​ຂອງຂວັນ​​ຈາກ​ບັນດາ​ນັກ​ອຸປະຖຳ, ​ເຖິງ​ວ່າ​ບໍ​່​ແມ່ນ​ຫຼາຍ, ​ແຕ່ມັນ​ເປັນ​ການປຸກລະດົມກຳລັງ​ໃຈ​​ລູກ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ​ໃນ​ການ​ຮໍ່າຮຽນ. ລູກ​ໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ສິລີ​ປະ, ການ​ຟ້ອນສິງ​ໂຕ​ໂດ​ຍພວກ​ເພື່ອນ​ເຍົາວະ​ຊົນ​ສະ​ແດງ​ມ່ວນ​ຫຼາຍ”.

        ສ່ວນຢູ່​ແຂວງ​ເຮົ້າ​ຢາງ, ​ໃນ​ລະຫວ່າງ​ວັນ​ທີ 26 – 27/09, ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຕອນ​ຮັບບຸ​ນວັນ​ເພງ​ເດືອນ 8​ ​ໃຫ້​ເດັກນ້ອຍ, ມີ​ເດັກນ້ອຍປະສົບ​ກັບ​ຄວາມ​ຫຍຸຸ້ງຍາກ 200 ຄົນ​ໄດ້​ຮັບ​ຂອງຂວັນ.

ຂ່າວ/ບົດ​ອື່ນ