ບັນຍາກາດຟົດຟື້ນຂອງວັນບຸນຄຼິດສະມາດໃນທົ່ວປະເທດ

(VOVWORLD) - ພິເສດທີ່ສຸດແມ່ນເຂດໂບດໃຫຍ່, ແຫ່ງມີຕົ້ນແປກສູງ 15 ມ, ໄດ້ປະດັບປະດາຢ່າງພິຖີພິທັນຢູ່ຕໍ່ໜ້າໂບດ.
ບັນຍາກາດຟົດຟື້ນຂອງວັນບຸນຄຼິດສະມາດໃນທົ່ວປະເທດ - ảnh 1(ເຂດໂບດໃຫຍ່ ຮ່າໂນ້ຍ)

ໃນຊຸມມື້ນີ້, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດໃນທົ່ວປະເທດແມ່ນຟົດຟື້ນທີ່ສຸດ. ບັນດາໂບດໄດ້ປະດັບປະດາຢ່າງສວຍງາມ, ບັນດາການເຄື່ອນໄຫວກຸສົນກໍ່ໄດ້ເພີ່ມທະວີ… ໃຫ້ແກ່ວັນບຸນຄຼິດສະມາດທີ່ສະຫງົບສຸກ.

ຢູ່ ຮ່າໂນ້ຍ, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດປະກົດຢູ່ເຕັມເຂດຖະໜົນ, ເຂດລະຫຼິ້ນ, ເຂດຊື້ - ຂາຍ. ແຕ່ພິເສດທີ່ສຸດແມ່ນເຂດໂບດໃຫຍ່, ແຫ່ງມີຕົ້ນແປກສູງ 15 ມ, ໄດ້ປະດັບປະດາຢ່າງພິຖີພິທັນຢູ່ຕໍ່ໜ້າໂບດ.

ໃນຊຸມມື້ນີ້, ຢູ່ບັນດາເຂດຊາວຄຼິດຢູ່ແຂວງ ດັກລັກ ກໍ່ໄດ້ປະດັບປະດາຢ່າງສວຍງາມ. ຊີວິດການເປັນຢູ່ມີຄວາມສະຫງົບສຸກ ແລະ ເສດຖະກິດໄດ້ພັດທະນາ, ສະນັ້ນ, ພໍ່ແມ່ພີ່ນ້ອງຊາວຄຼິດ ມີເງື່ອນໄຂຕ້ອນຮັບວັນບຸນຄຼິດສະມາດ ແລະ ປີໃໝ່ຢ່າງພຽງພໍ ແລະ ມ່ວນຊື່ນກວ່າ. ນັບແຕ່ຕົ້ນເດືອນ ທັນວາ, ພໍ່ແມ່ພີ່ນ້ອງຊາວຄຼິດ ໄດ້ພ້ອມກັນປະກອບເຫື່ອແຮງ ພ້ອມກັນກະກຽມໃຫ້ແກ່ການຕ້ອນຮັບວັນບຸນຄຼິດສະມາດ.

ຢູ່ແຂວງ ເທື່ອທຽນເຫວະ, ນັບແຕ່ຕົ້ນເດືອນ ທັນວາ, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດແມ່ນຟົດຟື້ນ ຈາກບັນດາເຂດຊາວຄຼິດຢູ່ນະຄອນ ຕະຫຼອດຮອດເຂດຊົນນະບົດ. ທ່ານສັງຄະນາຍົກ Giuse ຫງວຽນຈິລິງ, ເຂດຊາວຄຼິດ ເຫວະ, ຖືວ່າ, ວັນບຸນຄຼິດສະມາດ ບໍ່ພຽງແຕ່ສະຫງວນໃຫ້ຊາວຖືສາສະໜາກາໂຕນິກເທົ່ານັ້ນ, ຫາກຍັງແມ່ນວັນບຸນທີ່ມີຄວາມໝາຍຂອງສັນຕິພາບ, ຄວາມຮັກແພງອີກດ້ວຍ.

ໃນໂອກາດວັນບຸນຄຼິດສະມາດນີ້, ນອກຈາກເຂົ້າຮ່ວມພິທີສະຫຼອງສາສະໜາແລ້ວ, ຊາວຄຼິດຍັງເຂົ້າຮ່ວມບັນດາການເຄື່ອນໄຫວກຸສົນ, ແບ່ງປັນຄວາມຮັກແພງຜ່ານການຢ້ຽມຢາມຄັ້ງຕ່າງໆ, ມອບຂອງຂວັນໃຫ້ຄົນທຸກຍາກ, ໂດຍບໍ່ຈຳແນກພາກສ່ວນໃນສັງຄົມ ຫຼື ສາສະໜາ”.

ຕອບກັບ

ຂ່າວ/ບົດ​ອື່ນ