ບັນຍາກາດຟົດຟື້ນມ່ວນຊື່ນຕ້ອນຮັບບຸນປີໃໝ່ປະຈຳຊາດ 2023 ຢູ່ລັດ California, ອາເມລິກາ

(VOVWORLD) -ທ່ານ Gavin Newsom, ຜູ້ວ່າການລັດ California ໄດ້ເຊັນກົດດຳລັດຖະແຫຼງ ບຸນປີໃໝ່ປະຈຳຊາດ  ແມ່ນພິທີກຳຂອງລັດ, ຄືດັ່ງວິທີ “ເພື່ອຮັບຮອງຄວາມເປັນຫຼາຍຮູບຫຼາຍແບບ ແລະ ຄວາມໝາຍວັດທະນະທຳຂອງຊາວ ອາເມລິກາ ເຊື້ອຊາດ ອາຊີ ນຳມາ  California”
ບັນຍາກາດຟົດຟື້ນມ່ວນຊື່ນຕ້ອນຮັບບຸນປີໃໝ່ປະຈຳຊາດ 2023 ຢູ່ລັດ California, ອາເມລິກາ - ảnh 1

ຢູ່ລັດ California ຂອງ ອາເມລິກາ, ປະຊາຊົນທຸກຊົນເຜົ່າພວມຕ້ອນຮັບບຸນປີໃໝ່ປະຈຳຊາດ 2023 ດ້ວຍຄວາມປິຕິຊົມຊື່ນ. ນີ້ເປັນຄັ້ງທຳອິດໃນປະຫວັດສາດ ບຸນປີໃໝ່ປະຈຳຊາດຢູ່ລັດ California ແມ່ນວັນບຸນທາງການ. ປີ 2022, ທ່ານ Gavin Newsom, ຜູ້ວ່າການລັດ California ໄດ້ເຊັນກົດດຳລັດຖະແຫຼງບຸນປີໃໝ່ປະຈຳຊາດ  ແມ່ນພິທີກຳຂອງລັດ, ຄືດັ່ງວິທີ “ເພື່ອຮັບຮອງຄວາມເປັນຫຼາຍຮູບຫຼາຍແບບ ແລະ ຄວາມໝາຍວັດທະນະທຳຂອງຊາວ ອາເມລິກາ ເຊື້ອຊາດ ອາຊີ ນຳມາ  California”.

ໃນຊຸມປີມໍ່ໆມານີ້, Disneyland, ແຫ່ງມີສວນສາທາລະນະ Disneyland ແລະ ສວນປະຈົນໄພ Disneyland California ໄດ້ເຫັນປະຈັກຕາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດ. ຢູ່ແຫ່ງນີ້ເຕັມໄປດ້ວຍຄຳອວນພອນອັນດີງາມກ່ຽວກັບສຸຂະພາບ, ຄວາມໂຊກດີ ແລະ ວັດທະນາຖາວອນໃນປີໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ