ບັນ​ຍາ​ກາດ​ຟົດ​ຟື້ນ​ຢູ່ຕະຫຼາດດອກ​ໄມ້ ແລະ ຂອງ​ຂວັນ​ ໃນ​ວັນ​ແຫ່ງ​ຄວາມ​ຮັກ Valentine

(VOVWORLD) - ໃນຕອນເຊົ້າມື້ນີ້ (14/2), ປະຊາຊົນ ຮ່າໂນ້ຍ ມີຄວາມຈັບໃຈ ແລະ ແປກປະຫຼາດໃຈ ເມື່ອເຫັນຖະໜົນສາຍຕ່າງໆຂອງນະຄອນ ເຕັມໄປດ້ວຍດອກໄມ້ຢ່າງສວຍງາມໃນວັນແຫ່ງຄວາມຮັກ. 

        ມື້ນີ້, ວັນທີ 14 ກຸມພາ ແມ່ນວັນແຫ່ງຄວາມຮັກ (Valentine’s Day), ເຊິ່ງແມ່ນວັນບຸນທີ່ປະຊາຊົນຫຼາຍປະເທດໃນໂລກເຊີດຊູຄວາມຮັກຂອງຄູ່ບ່າວສາວ.

ບັນ​ຍາ​ກາດ​ຟົດ​ຟື້ນ​ຢູ່ຕະຫຼາດດອກ​ໄມ້ ແລະ ຂອງ​ຂວັນ​ ໃນ​ວັນ​ແຫ່ງ​ຄວາມ​ຮັກ Valentine - ảnh 1ຕະຫຼາດດອກໄມ້, ຂອງຂວັນຮັບໃຊ້ວັນບຸນແຫ່ງຄວາມຮັກ(Valentine) ຢູ່ ຫວຽດນາມ ໃນປີນີ້ ມີຫຼາຍຮູບຫຼາຍແບບ

        ໃນຕອນເຊົ້າມື້ນີ້ (14/2), ປະຊາຊົນ ຮ່າໂນ້ຍ ມີຄວາມຈັບໃຈ ແລະ ແປກປະຫຼາດໃຈ ເມື່ອເຫັນຖະໜົນສາຍຕ່າງໆຂອງນະຄອນ ເຕັມໄປດ້ວຍດອກໄມ້ຢ່າງສວຍງາມໃນວັນແຫ່ງຄວາມຮັກ. ຖະໜົນດອກໄມ້ນີ້ ໂດຍ Ecopark ໄດ້ປະດັບປະດາດ້ວຍດອກກຸຫຼາບ 99.999 ດອກ. ບໍ່ພຽງແຕ່ເທົ່ານັ້ນ, ລົດຖີບ, ລົດໃຫຍ່ທີ່ເກົ່າແກ່ ແລະ ລົດເມ 2 ຊັ້ນ ກໍໄດ້ຈັດດອກໄມ້ຢ່າງສວຍງາມ.

        ໃນຂະນະນັ້ນ, ຕະຫຼາດດອກໄມ້, ຂອງຂວັນຮັບໃຊ້ວັນບຸນແຫ່ງຄວາມຮັກ(Valentine) ຢູ່ ຫວຽດນາມ ໃນປີນີ້ ໄດ້ຮັບການຮັບຮູ້ວ່າຫຼາຍຮູບຫຼາຍແບບ, ຫຼາກຫຼາຍຊະນິດ ແລະ ລາຄາກໍເພີ່ມຂຶ້ນສູງ ເມື່ອທຽບໃສ່ວັນທຳມະດາ.

        ຢູ່ຮ້ານຂາຍດອກໄມ້ຢູນະຄອນໃຫຍ່ແຫ່ງຕ່າງໆຄື ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ລ້ວນແຕ່ເພີ່ມລາຄາດອກໄມ້ຂຶ້ນ ແຕ່ 50% ຫາ 100%.

       

ຕອບກັບ

ຂ່າວ/ບົດ​ອື່ນ