ບັນຍາກາດຟົດຟື້ນອອກເຄື່ອນພົນກໍ່ສ້າງກິດຈະກຳໃນຕົ້ນປີໃໝ່ 2018 ຢູ່ ດ່າໜັງ

(VOVWORLD) - ວັນທີ 22 ກຸມພາ, ບັນດາຫົວໜ່ວຍ, ບໍລິສັດ, ວິສາຫະກິດໃນບໍລິເວນນະຄອນ ດ່າໜັງ ຈັດຕັ້ງພິທີອອກເຄື່ອນພົນກໍ່ສ້າງບັນດາກິດຈະກຳຕົ້ນປີໃໝ່ 2018.
ບັນຍາກາດຟົດຟື້ນອອກເຄື່ອນພົນກໍ່ສ້າງກິດຈະກຳໃນຕົ້ນປີໃໝ່ 2018 ຢູ່ ດ່າໜັງ - ảnh 1

ທ່ານ ຮີງດຶກເທີ ມອບຂອງຂວັນປີໃໝ່ໃຫ້ບັນດາພະນັກງານ, ກຳມະກອນ, ຊາວຜູ້ອອກແຮງງານ(ພາບ:HC/ Infonet)

 

ທ່ານ ຮີງດຶກເທີ ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ລົງຢ້ຽມຢາມ, ກວດກາ, ອວຍພອນປີໃໝ່ບັນດາພະນັກງານ, ກຳມະກອນ, ຊາວຜູ້ອອກແຮງງານ.

        ກ່າວຄຳເຫັນທີ່ພິທີອອກເຄື່ອນພົນກໍ່ສ້າງທາງແຄມແມ່ນ້ຳ ຕວຽນເຊີນ - ຕູຍລວານ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ດັ່ງໜັງ ຮີງດຶກເທີ ຊົມເຊີຍບັນດາຜົນງານ ຊຶ່ງບໍລິສັດ 545 ບັນລຸໄດ້ ແລະ ໃຫ້ຄຳຕັກເຕືອນວ່າ ນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ສຳຄັນ, ແມ່ນເສັ້ນທາງຄົມມະນາຄົມຕົ້ນຕໍຂອງນະຄອນທີ່ລຽບຕາມບັນດາແມ່ນ້ຳ ເພື່ອພັດທະນາເປີດກ້ວາງເຂດຕົວເມືອງ, ເຂດຊຸມຊົນໄປທາງທິດຕາເວັນຕົກຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ