ບັນຍາກາດອອກແຮງງານຕົ້ນປີຢູ່ທ້ອງຖີ່ນຕ່າງໆ

ບັນຍາກາດອອກແຮງງານຕົ້ນປີຢູ່ທ້ອງຖີ່ນຕ່າງໆ  - ảnh 1
ກິດຈະກຳ​ກໍ່ສ້າງ​ຂົວ ຮົ່ງ
(ພາບອິນເຕີແນດ)

(vovworld) – ຕອນ​ເຊົ້າວັນ​ທີ 11/2, ໝາຍ​ເຖິງ​ວັນ​ທີ 2 ​ຂອງ​ບຸນປີ​ໃໝ່​ ປີມະ​ເສ​ງ,  ​ບັນຍາກາດ​ອອກ​ແຮງ​ງານ ທຳ​ການ​ຜະລິດ​ໃນ​ຕົ້ນ​ປີ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ຢູ່​ກິດຈະກຳ​ຈຸດ​ສູ​ມຕ່າງໆ​ໃນ​ນະຄອນດ່າ​ນັ້ງ. ຢູ່​ກິດຈະກຳ​ກໍ່ສ້າງ​ຂົວ ຮົ່ງ (ມັງກອນ), ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ກິດຈະກຳ​ຈຸດ​ສູ​ມ​ເພື່ອ​ສະ​ເຫຼີ​ມສະຫຼອງ 38 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນ, ການ​ອອກ​ແຮງ​ງານ​ພວມ​ດຳ​ເນີນ​ໄປ​ຢ່າງ​ຮີບ​ເຮັ່ງ

ອ້າຍ ​ເຈິ່ນ​ເຕິ​ດຕ່ວານ, ກຳມະກອນ​ກົນ​ຈັກ​ໃຫ້​ຮູ້​ວ່າ, ປີ​ນີ້​ອ້າຍ​ພ້ອມ​ກັບ​ຜູ້​ຮ່ວມ​ອາຊີບ​ນັບ​ຮ້ອຍ​ຄົນ​ລ້ວນ​ແຕ່​ຕ້ອນຮັບ​ບຸນປີ​ໃໝ່​ຢູ່​ກິດຈະກຳ:

”ຍ້ອນ​ໜ້າ​ທີ່​, ພວກຂ້າພະ​ເຈົ້າຈຶ່ງ​ຕ້ອນຮັບ​ບຸນປີ​ໃໝ່​ຢູ່​ໃນ​ກິດຈະກຳ, ​ເຖິງ​ວ່າ​ບໍ່​ໄດ້​ເອົາ​ບຸນປີ​ໃໝ່​ພ້ອມ​ກັບ​ຄອບຄົວ​ຢູ່​ບ້ານ​ກໍ່ຕາມ, ​ແຕ່​ຈິດ​ໃຈ​ເຮັດ​ວຽກ​ຂອງ​ພວກ​ຂ້າພະ​ເຈົ້າ​ຍັງ​ຄົງ​ຕັ້ງໜ້າ​ທີ່​ສຸດ”.

ມາ​ຮອດ​ປະຈຸ​ບັນ, ນັກ​ປະມູນ Cienco 1 ​ໄດ້​ປະຕິບັດ​ສຳ​ເລັດ​ບັນດາ​ກິດຈະກຳ​ຍ່ອຍ​ທີ່​ສຳຄັນ​ແລ້ວ 95%. ນັກ​ວິ​ສາວະ​ກອນ ຫງວຽນ​ວັນ​ຕ່ວານ, ຜູ້​ຮັບຜິດຊອບ​ປະຕິບັດວຽກ​ງານ​ປະດັບ​ປະດາ​ກິດຈະກຳຫົວ ​ແລະ ຫາງ​ມັງກອນ, ​ໃຫ້​ຮູ້​ວ່າ:

”ພວກ​ຂ້າພະ​ເຈົ້າ​ພວມ​ພິຈາລະນາ​ວິທີ​ຕ່າງໆ​ເພື່ອ​ແບ່ງ​ກິດ​ກະ​ກຳ​ເປັນ​ແຕ່​ລະ​ພາກສ່ວນ. ສຳລັບ​ຫົວ​ມັງກອນພວກ​ຂ້າພະ​ເຈົ້າ​ຕົກລົງ​ແບ່ງ​ອອກ​ເປັນ 4 ພາກສ່ວນ, ​ເພື່ອ​ຮັບປະກັນ​ສິລະ​ປະ ​ແລະ ຄຸນ​ນະພາ​ບຂອງ​ມັນ”.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 11/2, ກຳ່​ປັ່ນ​ຫາ​ປາ​ນັບສິບ​ລຳ​ຂອງ​ຊາວ​ປະມົງ ຫຼີ​ເຊີນ, ​ແຂວງ ກວາງ​ຫງາຍ, ​ໄດ້​ກະກຽມ​ອອກ​ສູ່​ທະ​ເລ​ເພື່ອ​ຫາ​ປາ​ໃນປີ 2013. ພາຍຫຼັງ​ພິທີ​ເປີດ​ປາກ​ທະ​ເລ​, ນັບ​ແຕ່​ວັນ​ທີ 6 ​​ເຖິງ​ວັນ​ທີ 10 ຂອງ​ບຸນ​ເຕັດ, ຈະ​ມີ​ກຳ່​ປັ່ນ​ຫາ​ປາປະ​ມານ 200 ລຳ​ເດີນທາງ​ອອກ​ສູ່​ທະ​ເລ​ເພື່ອ​ຫາ​ປາ.

ຂ່າວ/ບົດ​ອື່ນ