ບັນຍາກາດເລີ່ມຕົ້ນການຜະລິດຕົ້ນປີໃໝ່

ຕອນ​ເຊົ້າ​ວັນ​ທີ 24/1, ພະນັກງານ, ນັກ​ວິ​ສາວະ​ກອນ ​ແລະ ກຳມະກອນ​ພວ​ມ​ເຮັດ​ວຽກ​ຢູ່ກິດຈະກຳ​ ​​ເກົ່າຣົ່ງ (ຂົວຣົ່ງ) ນະຄອນ ດາຫນັງ ​ໄດ້​​ເລີ່​ມຕົ້ນ​ການ​ຜະລິດ​ຕົ້ນ​ປີ. ​ໂຄງການ​ເກົ່າຣົ່ງ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ເມື່ອ​​ເດືອນ 7 ປີ 2009 ​ແລະ ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ໃນ​ວັນ​ທີ 29/3/2013.

        ວັນ​ທີ 23/1 (​​ຄື​ວັນ​ທີ 1 ຂອງ​ບຸນ​ເຕັດ) ພະນັກງານ,​ ກຳມະກອນ​ທ່າ​ກຳ​ປັ່ນ ​ເຕີນ​ທ້ວນ ​ແມ່ນ​ຂຶ້ນ​ກັບ​ທ່າ​ກຳ​ປັ່ນ ​ໄຊ​ງ່ອນ ນະຄອນ ​ໂຮ່ຈິ​ມີນ ​ໄດ້​ຂົນ​ສິນຄ້າ​ໃນ ​ກຳ​ປັ່ນ3 ຖ້ຽວ ​ທຳ​ອິດຂອງ​ປີ​ໃຫມ່​ປີ​ມະ​ໂຣງ 2012.​ ອ້າຍ ຫງວຽນ​ເທ​ເຍື່ອງ ກຳມະກອນ​ຂົນ​ສິນຄ້າ​ຢູ່​ທ່າ​ກຳ​ປັ່ນ ​ເຕີນ​ທ້ວນ ​ໄດ້​​ເວົ້າ​ວ່າ:

        “ ຫນ່ວຍຂົນ​ສິນຄ້າ​ພວກ​ຂ້າພະ​ເຈົ້າ​ມາເຮັດ​ວຽກ​ໃນ​​ເວລາ​ຕົ້ນ​ປີ​​ໃຫມ່ ກໍ​ໄດ້​ຮັບ​ຄຳ​ອວຍພອນ​ປີ​ໃຫມ່, ການ​ລະດົມ​ກຳລັງ​ໃຈ​ຈາກ​ການ​ນຳ​ທ່າ​ກຳ​ປັ່ນ​ໄຊ​ງ່ອນ. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ກ້າວ​ເຂົ້າ​ສູ່​ປີ​ໃຫມ່, ທ່າ​ກ​ຳປັ່ນ​ໄຊ​ງ່ອນ​ຈະ​ເປັນ​ຫົວຫນ່ວຍ​ດຳ​ເນີນ​ທຸລະ​ກິດ​​ເປັນ​ຢ່າງ​ດີກ​ວ່າ ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ພວກ​ຂ້າພະ​ເຈົ້າ​​ເປັນ​ປົກກະຕິ ​ແລະ ຫລາຍກ​ວ່າ​ເກົ່າ.”

        ​ໃນ​ວັນ​ດຽວກັນ, ງວດສິນຄ້າ 256 ​ໂຕນ​ຂອງ​ວິ​ສາ​ຫະກິດ ຮວາ​ຟອງ ​ໄດ້​​ເຮັດສຳ​ເລັດ​ລະບຽບ​ການ​ພາສີຢູ່​ດ່ານ​ຊາຍ​ແດນ​ສາກົນ ລ່າວ​ກາຍ. ນີ້​ແມ່ນ​ງວດສິນຄ້າທຳ​ອິດ​ໄດ້​ນຳ​ເຂົ້າ​ຫວຽດນາມ ຜ່ານ​ດ່ານ​ຊາຍ​ແດນ​ສາກົນ ລ່າວ​ກາຍ.​ ທ່ານ ​ເຈີ​ນຫວູຮ່ວາງ, ຫົວຫນ້າ​ສາຂາ​ກົມ​ພາສີ ດ່າ​ນຊາຍ​ແດນ​ສາກົນ ລ່າວ​ກາຍ​ໃຫ້​ຮູ້​ວ່າ:

        “ອາດ​ຈະ​ເວົ້າ​ວ່າ ປີຜ່ານມາ ການ​ເຄື່ອນ​ໄຫວ​ຂາ​ອອກ​ຂາ​ເຂົ້າ​ຜ່ານ​ດ່ານ​ຊາຍ​ແດນ​ສາກົນ​ລ່າວ​ກາຍ​ປະສົບ​ຜົນສຳ​ເລັດ. ນັບ​ແຕ່​ຊຸມ​ມື້​ຕົ້ນ​ປີ​ໃຫມ່ ພວກ​ຂ້າພະ​ເຈົ້າ​​ກຳນົດ​ໄດ້​ຫນ້າ​ທີ່​ຂອງ​ຕົນ, ຊັບຊ້ອນ​ກຳລັງ​ຢ່າງ​ພຽງພໍ​ເພື່ອ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຂາ​ອອກ​ຂາ​ເຂົ້າ​ເປັນ​ຢ່າງດີ.”

ຕອບກັບ

ຂ່າວ/ບົດ​ອື່ນ