ບັນ​ຍາ​ກາ​ມິດ​ງຽບ​ໃນວັນ​ບຸນ​ຄຼິດ​ສະ​ມາດ ຢູ່ “ເຂດ​ສັກ​ສິດ​ຂອງ​ສາ​ສະ​ໜາ ຄຼິດ”

(VOVWORLD) -  ຢູ່ Jerusalem, ເຊິ່ງເປັນເຂດສັກສິດສຳລັບສາສະໜາຄຼິດ, ແຕ່ລະປີ ຈະມີຊາວຄຼິດຢູ່ປະເທດຕ່າງໆປະມານ 1 ລ້ານກວ່າເທື່ອຄົນມານະມັດສະການຢູ່ທີ່ນີ້. ແຕ່ປີນີ້, ຢູ່ໂບດແຫ່ງຕ່າງໆ ກໍບໍ່ໄດ້ປະດັບປະດາຕົ້ນແປກ, ບໍ່ມີງານຄອນເສີດ, ບໍ່ມີງານຕະຫຼາດນັດຄຼິດມາດ ຫຼື ຈັດເຫດການຕ່າງໆເພື່ອສະຫຼອງອີກແລ້ວ.
ບັນ​ຍາ​ກາ​ມິດ​ງຽບ​ໃນວັນ​ບຸນ​ຄຼິດ​ສະ​ມາດ ຢູ່ “ເຂດ​ສັກ​ສິດ​ຂອງ​ສາ​ສະ​ໜາ ຄຼິດ” - ảnh 1ບັນຍາກາດຢູ່ນອກໂບດແຫ່ງໜຶ່ງຢູ່ ອິດສະຣາແອັນ ໃນວັນທີ 23/12/2023 (ພາບ: TTXVN)

ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການອິດສະລາມ ຮາມາດສ ພວມດຳເນີນຢູ່ເຂດ ກາຊາ ນັ້ນ, ໄດ້ເຮັດໃຫ້ບັນຍາກາດຕ້ອນຮັບວັນບຸນ ຄຼິດສະມາດ ປີ 2023 ຈືດຈາງມິດງຽບ. ໃນໂບດແຫ່ງຕ່າງໆ ກໍ່ດຳເນີນພິທີກຳທາງສາສະໜາໃນຄ່ຳຄືນ ຄຼິດສະມາດ ແຕ່ບໍ່ເປີດປະຕູໃຫ້ຜູ້ເຊື່ອຖືສາສະໜາຄຼິດ ແລະ ປະຊາຊົນມານະມັດສະການ.

        ຢູ່ Jerusalem, ເຊິ່ງເປັນເຂດສັກສິດສຳລັບສາສະໜາຄຼິດ, ແຕ່ລະປີ ຈະມີຊາວຄຼິດຢູ່ປະເທດຕ່າງໆປະມານ 1 ລ້ານກວ່າເທື່ອຄົນມານະມັດສະການຢູ່ທີ່ນີ້. ແຕ່ປີນີ້, ຢູ່ໂບດແຫ່ງຕ່າງໆ ກໍບໍ່ໄດ້ປະດັບປະດາຕົ້ນແປກ, ບໍ່ມີງານຄອນເສີດ, ບໍ່ມີງານຕະຫຼາດນັດຄຼິດມາດ ຫຼື ຈັດເຫດການຕ່າງໆເພື່ອສະຫຼອງອີກແລ້ວ.

        ນອກຈາກຄວາມເປັນຫ່ວງກ່ຽວກັບຄວາມສ່ຽງຂາດຄວາມປອດໄພ, ປີນີ້, ແຂກທ່ອງທ່ຽວຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການໄປມາ ເພາະວ່າ ບໍລິສັດການບິນສາກົນສ່ວນຫຼາຍໄດ້ຢຸດສາຍການບິນໄປຍັງ ອິດສະຣາແອັນ.


ຕອບກັບ

ຂ່າວ/ບົດ​ອື່ນ