ບັນດການເຄື່ອນໄຫວຕ້ອນຮັບ ບຸນປີໃໝ່ປະຈຳຊາດຢູ່ບາງປະເທດ ໃນໂລກ

ບັນດການເຄື່ອນໄຫວຕ້ອນຮັບ ບຸນປີໃໝ່ປະຈຳຊາດຢູ່ບາງປະເທດ ໃນໂລກ - ảnh 1

(ພາບປະກອບ:vietgiaitri.com)

(vovworld) -  ​ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ 10/2, ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ປີ​ໃໝ່​ມະ​ເສ​ງ 2013, ຢູ່​ຫຼາຍ​ປະ​ເທດ​ອາຊີ ​ໄດ້​ຈັດການ​ຍິງ​ບັ້ງ​ໄຟ​ດອກ ພ້ອມ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ. ບັນດາ​ຮ້ານ​ອາຫານ​ຢູ່​ປັກ​ກີ​ງ-ປະ​ເທດ​ຈີນ ລ້ວນ​ແຕ່​ເຕັມ​ໄປ​ດ້ວຍ​ແຂກ​ຄົນ​ໃນ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່. ຢູ່​ຮົງ​ກົງ-​ຈີນ ​ໄດ້​ຈັດ​ງານ​ບຸນ​ເດີນ​ຂະ​ບວນ​ແຫ່, ສ່ວນ​ປະຊາຊົ​ນ​ສ​ເກົາຫຼີ ກໍ່​ໄດ້​ກະກຽມ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ​ໃຫ້​ແກ່ຊຸມ​ວັນ​ບຸນປີ​ໃໝ່​ມະ​ເສ​ງນີ້.

    ບຸນປີ​ໃໝ່​ມະ​ເສ​ງ 2013 ຍັງ​ໄດ້​ຮັບ​ຄວາມສົນ​ໃຈ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ. ຈາກ​ວໍ​ຊິງ​ຕັນ-​ທຳນຽບຂາວ, ທ່ານ​ປະທານາທິບໍດີອາ​ເມ​ລິ​ກາ Barack Obama ​ແລະ ພັນ​ລະ​ຍາ​ໄດ້​ຝາກ​ຄຳ​ອວຍພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ​ໃຫ້​ແກ່​ທຸກໆ​ຄົນ ສ່ວນ​ທ່ານ​ເລຂາທິການ​ໃຫ່ຍ ສປຊ Bankimoon ປາດ​ຖະໜາ​ວ່າ ​ໃນ​ປີ​ໃໝ່​ມະ​ເສ​ງ, ປະຊາຊົນ​ຈະ​ພ້ອມ​ກັນ​ສ້າງໜ່ວຍ​ພິພົບ​ແຫ່ງ​ສັນຕິພາບ, ວັດ​ຖະນາ​ຖາວອນ ​ແລະ ມີ​ສຸຂະພາບ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ