ບັນດາ Brexit: ນາຍົກລັດຖະມົນຕີອັງກິດຈັດວາງການກຳນົດເວລາສຸດທ້າຍເພື່ອບັນລຸຂໍ້ຕົກລົງກັບອີຢູ

(VOVWORLD) - ແຈ້ງການໂດຍຫ້ອງວ່າການນາຍົກລັດຖະມົນຕີອັງກິດ ຍົກອອກມາ ໃນສະພາບຮອບເຈລະຈາຄັ້ງທີ 8 ລະຫວ່າງອັງກິດ ແລະ ອີຢູ ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ຢູ່ລອນດອນ ໃນອາທິດນີ້.

ບັນດາ Brexit: ນາຍົກລັດຖະມົນຕີອັງກິດຈັດວາງການກຳນົດເວລາສຸດທ້າຍເພື່ອບັນລຸຂໍ້ຕົກລົງກັບອີຢູ - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: AFP/TTXVN)

ວັນທີ 06 ກັນຍາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ຈັດວາງການກຳນົດເວລາສຸດທ້າຍເພື່ອບັນລຸຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit ກັບສະຫະພາບເອລົບ (ອີຢູ) ໃນວັນທີ 15 ຕຸລາ ຈະມາເຖິງ, ຜ່ານນັ້ນກໍ່ປະກອບສ່ວນຫຼຸດຜ່ອນບັນດາຄວາມວິຕົກກັງວົນກ່ຽວກັບຄວາມວຸນວາຍໄດ້ສ່ວນໃດສ່ວນໜຶ່ງຍ້ອນບໍ່ມີຂໍ້ຕົກລົງ ຖ້າຫາກການເຈລະຈາລະຫວ່າງ 2 ຝ່າຍຖືກປະລາໄຊ. ແຈ້ງການໂດຍຫ້ອງວ່າການນາຍົກລັດຖະມົນຕີອັງກິດ ຍົກອອກມາ ໃນສະພາບຮອບເຈລະຈາຄັ້ງທີ 8 ລະຫວ່າງອັງກິດ ແລະ ອີຢູ ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ຢູ່ລອນດອນ ໃນອາທິດນີ້.

          ໃນຂະນະນັ້ນ, ອີຢູ ກໍ່ສະແດງໃຫ້ເຫັນວ່າ ກາງເດືອນ ຕຸລາ ແມ່ນການກຳນົດເວລາຊ້າສຸດເພື່ອບັນລຸໄດ້ຂໍ້ຕົກລົງກັບອັງກິດ, ຍ້ອນຕ້ອງການໃຊ້ເວລາເພື່ອແປພາສາ ກໍຄືສະເໜີໃຫ້ລັດຖະສະພາເອີລົບ ຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ