ບັນດາ ສສຊ ປຶກສາຫາລື ກ່ຽວກັບຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ

ບັນດາ ສສຊ ປຶກສາຫາລື ກ່ຽວກັບຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1

(ພາບ:dantri.com.vn)

(vovworld)-   ວາລະປະຊຸມປຶກສາຫາລື​​ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງດຳເນີນໄປໃນວັນທີ 5/11 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ສສຊ 42 ທ່ານ. ບັນດາຄຳເຫັນໄດ້ຕີລາຄາສູງເລື່ອງຄະນະຮຽບຮຽງປັບປຸງລັດຖະທຳມະນູນ ມີຄວາມມານະພະຍາຍາມຫຼາຍຢ່າງໃນການຮັບຟັງຄຳເຫັນປະກອບຂອງ ປຊຊເຂົ້າໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາ ສສຊ ກໍ່ປະກອບຄຳເຫັນກ່ຽວກັບຂໍ້ກຳນົດການຄວບຄຸມສິດອຳນາດ, ບົດບາດຂອງວິສາຫະກິດ, ກົນໄກເຄື່ອນໄຫວຂອງສະພາແຫ່ງຊາດກໍ່ຄືບັນດາຂໍ້ກຳນົດກ່ຽວກັບທີ່ດິນ.

    ປະກອບ​ຄຳ​ເຫັນກ່ຽວ​ກັບ​ກົນ​ໄກຄວບ​ຄຸມ​ສິດ​ອຳນາດ, ທ່ານ​ຮິງ​ຫງອກ​ດາງ ສສຊ ​ແຂວງ​ບິ່ງ​ເຢືອງ ຖື​ວ່າ:

   “ຂ້າພະເຈົ້າເຫັນດີກັບເລື່ອງຄວບຄຸມສິດອຳນາດແຫ່ງລັດ. ​ແຕ່ວ່າບັນດາຫານີ້ບໍ່ທັນສະແດງອອກຢ່າງຈະແຈ້ງໃນພາກອື່ນໆ. ຂ້າພະເຈົ້າສະເໜີເພິ່ມເຕີມບັນດາຂໍ້ກຳນົດລະອຽດກ່ຽວກັບການຄວບຄຸມລະຫວ່າງບັນດາອົງການ​​ແຫ່ງລັດໃນບັນດາຂໍ້ມາດຕາ​ ​ແລະ ໝວດກ່ຽວກັບປະທານປະເທດ, ລັດຖະບານ, ສານ“.

   ບັນດາຂໍ້​ກຳນົດ​ກ່ຽວ​ກັບ​ທີ່​ດິນ​ແມ່ນ​ເນື້ອ​ໃນ​ທີ່ ສສຊ ຫຼາຍ​ທ່ານ​ໄດ້​ເຕື້ອງ​ເຖິງ. ທ່ານ​ບຸ່ຍ​ແມັງ​ຮຸ່ງ ສສຊ ​ແຂວງ​ບິ່ງ​ເຟືອ​ກ ສະ​ເໜີ​ວ່າ:

   “ຂ້າພະເຈົ້າສະເໜີລົບລ້າງຂັ້ນຕອນວາງແຜນຜັງໃນເນື້ອໃນກ່ຽວກັບການຄຸ້ມຄອງທີ່ດິນໃນຮ່າງລັດຖະທຳມະນູນ. ບັນຫາວາງແຜນຜັງ, ​ແຜນການນຳໃຊ້ທີ່ດິນຕ້ອງ​​ໄດ້ຮັບການປັບປຸງໃນກົດໝາຍວ່າດ້ວຍທີ່ດິນ​. ກ່ຽວກັບສິດແລະ ພັນທະ​ຂອງອົງການຈັດຕັ້ງ, ສ່ວນບຸກຄົນໂດຍລັດມອບສິດນຳໃຊ້ທີ່ດິນນັ້ນ, ຂ້າພະເຈົ້າຖືວ່າ: ສິດນຳໃຊ້ທີ່ດິນແມ່ນສິດຊັບສິນ, ສະນັ້ນ, ສະເໜີໃຫ້ລັດຖະທຳມະນູນຕ້ອງຢັ້ງຢືນສິດນຳໃຊ້ທີ່ດິນແມ່ນສິດຊັບສິນແລະເພື່ອເປັນພື້ນຖານໃຫ້ແກ່ການວາງແຜນຜັງ, ບຸກເບີກ, ຖອນທີ່ດິນຄືນ. ດ້ານອື່ນ, ຜູ້ນຳໃຊ້ທີ່ດິນຕ້ອງມີພັນທະນຳໃຊ້, ຂຸດຄົ້ນຢ່າງມີປະສິດທິຜົນ. ກ່ຽວກັບການຖອນທີ່ດິນຄືນ, ລັດຖະທຳມະນູນຕ້ອງກຳນົດແຈ້ງວ່າ ສະພາແຫ່ງຊາດ, ສະພາ ປຊຊ ຂັ້ນແຂວງແມ່ນອົງການຕາງໜ້າໃຫ້ ປຊຊໃນການພິຈາລະນາຄວາມຈຳ​ເປັນຕ້ອງຖອນທີ່ດິນຄືນ

 ກ່ຽວ​ກັບ​ການຈັດ​ຕັ້ງອຳນາດການປົກຄອງທ້ອງຖິ່ນ, ທ່ານ ເລດັກເລີມ ສສຊ ແຂວງບິງດິ້ງ ມີຄຳເຫັນດັ່ງນີ້ (ເທບ)

  “ ປະຈຸບັນ, ພວກເຮົາພວມຢູ່ໃນໄລຍະປະຕິບັດທົດລອງ ແລະ ຍັງບໍ່ທັນມີການ ສະຫຼຸບຕີ​ລາຄາ​ກ່ຽວ​ກັບ​ການ​ບໍ່​ຈັດ​ຕັ້ງ​ສະພາ​ປະຊາຊົນ​ຂັ້ນ​ເມືອງ, ຕາ​ແສງ. ​ເນື້ອ​ໃນ​ນີ້​ແມ່ນ​ໃກ້ຊິດຕິດ​ແທດ​ກັບ​ເອກະສານ​ຂອງ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ. ​ເລື່ອງ​ເປັນ​ຄັ້ງ​ທຳ​ອິດທີ່ລັດຖະທຳມະນູນ ໄດ້ກຳນົດ ຄວາມສຳນຶກ ກ່ຽວກັບອຳນາດການປົກຄອງທ້ອງຖິ່ນເພື່ອແນໃສ່ເຊີດຊູບົດບາດຂອງຂັ້ນຮາກຖານ ”

   ມີສສຊ ບາງທ່ານກໍເຫັນດີກັບເນື້ອໃນກ່ຽວກັບສາສະໜາ, ຊົນເຜົ່າໃນຮ່າງ ລັດຖະທຳມະນູນ ສະບັບປັບປຸງ. ທ່ານ ຫງວຽນແຢງ​ອຸດ ສສຊ ​ແຂວງ​ກຽນ​ຢາງ ມີຄຳເຫັນດັ່ງນີ້ (ເທບ)

   “ ກ່ຽວ​ກັບ​ບັນຫາ​ຊົນ​ເຜົ່າ ​ໄດ້​ຖືກ​ເຕື້ອງ​ເຖິງ​ຫຼາຍ​ສົມຄວນ​ໃນຮ່າງລັດຖະ ທຳມະນູນສະບັບປັບປຸງ ​ແລະ ​ໄດ້​ຮັບ​ການ​ຕີ​ລາ​ຄາສູງ​ຈາກ​ປະຊາຊົນ. ​ແຕ່​ກ່ຽວ​ກັບ​ການ​ກຳນົດ​ຊົນ​ຊາດ​ເປັນ​ເອກະ​ພາບ​ຂອງ​ບັນດາ​ຊົນເຜົ່າ ​ແມ່ນ​ພຽງ​ກຳນົດ ປະ​ເທດ​ ​ສາທາລະນະ​ລັດສັງຄົມ​ນິຍົມ ຫວຽດນາມ ​ແມ່ນ​ປະ​ເທດ​ເປັນ​ເອກະ​ພາບ​ຂອງ​ບັນດາ​ເຜົ່າ​ຫວຽດນາມ. ມີ​ການ​ກຳນົດ​ເຊັນ​ນັ້ນ, ບັນດາ​ຜູ້​ຄົນ​ພວມ​ດຳລົງ​ຊີວິດ​ຢູ່​ຕ່າງ​ປະ​ເທດ ​ແຕ່​ຖື​ສັນຊາດ​ຫວຽດນາມ ກໍ​ມີ​ປະ​ເທດ​ຊາດ​ແມ່ນ​ຫວຽດນາມ”

    ກ່າວ​ຄຳ​​ເຫັນ​ສະຫຼຸບ​ວາລະ​ປຶກສາ​ຫາລື, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລິວ ຢືນຢັນ​ວ່າ ຄະນະ​ກຳມະການ​ປັບປຸງລັດຖະທຳມະນູນ ຈະ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ຈະ​ຄົ້ນ​ຄ້ວາ, ຮັບ​ເອົາ​ການ​ປະກອບ​ຄຳ​​ເຫັນ​ຂອງ​ບັນດາ ສສຊ.

   ​ໂດຍ​ມີ​ຄວາມ​ເຫັນ​ດີ​ຕໍ່​ການ​ປັບປຸງລັດຖະທຳມະນູນປີ 1992, ທ່ານ​ ໝາກ​ຍືມາຍ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ​ດ້ຽນບານ ​ແຂວງ ກວາງ​ນາມ ຖື​ວ່າ (​ເທບ)

    “ ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ປະກອບ​ຄຳ​​ເຫັນ​ຂອງ​ບັນດາ ສສຊ ​ແມ່ນ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ສັງຄົມ​ພວກ​ເຮົາ​ໃນ​ປະຈຸ​ບັນ. ສະພາ​ແຫ່ງ​ຊາດ​ຄວນ​ມີ​ຄວາມ​ເອົາ​​ໃຈ​ໃສ່, ພິຈາລະນາ​ເພື່ອ​ນຳ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ເຂົ້າສູ່​ປະຕິບັດ​ຢ່າງ​ເຕັມ​ສ່ວນ​ຮອບດ້ານ​ກ່ວາໃນ​ຊຸມ​ປີ​ຕໍ່ໆ​ໄປ ຕາມ​ສະພາບ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ ກໍ​ຄື​ໃນ​ໂລກ ” 

ຂ່າວ/ບົດ​ອື່ນ