ບັນດາກຸ່ມກໍາລັງປະກອບອາວຸດ ປາແລັດສະຕິນ ໄດ້ຢຸດຕິບັນດາການບຸກໂຈມຕີ ຢູ່ ກາຊາ

(VOVWORLD) -ບັນດາກຸ່ມກໍາລັງປະກອບອາວຸດຂອງ ປາແລັດສະຕິນ ຢູ່ ເຂດ ກາຊາ ໄດ້ອອກຄໍາສັ່ງໃຫ້ບັນດາມືປືນຂອງເຂົາເຈົ້າຢຸດຕິບັນດາການຍິງ rocket ໃສ່ເຂດສາມັນຊົນ ທີ່ຂຶ້ນກັບຜືນແຜ່ນດິນຂອງ ອິດສະຣາແອັນຢູ່ ຕິດກັບ ເຂດກາຊາ ທັງໝົດ

ວັນທີ 03 ເມສາ, ບັນດາກຸ່ມກໍາລັງປະກອບອາວຸດຂອງ ປາແລັດສະຕິນ ຢູ່ ເຂດ ກາຊາ ໄດ້ອອກຄໍາສັ່ງໃຫ້ບັນດາມືປືນຂອງເຂົາເຈົ້າຢຸດຕິບັນດາການຍິງ rocket ໃສ່ເຂດສາມັນຊົນ ທີ່ຂຶ້ນກັບຜືນແຜ່ນດິນຂອງ ອິດສະຣາແອັນຢູ່ ຕິດກັບ ເຂດກາຊາ ທັງໝົດ, ກໍຄືເລື່ອງນໍາໃຊ້ທາດລະເບີີດໃນບັນດາການຈະລາຈົນຢູ່ລຽບຕາມເຂດຊາຍແດນ. ບັນດາຄໍາສັ່ງດັ່ງກ່າວ ໄດ້ຍົກອອກມາເພື່ອແນໃສ່ປະຕິບັດຕາມຂໍ້ຕົກລົງຢຸດຍິງສະບັບຕ່າງໆ ພາຍຫຼັງ ອີຢິບ ໄດ້ເປັນຜູ້ໄກ່ເກ່ຍການເຈລະຈາກັບ ອິດສະຣາແອັນ.

        ແລະກໍໃນວັນດຽວກັນ, ທ່ານ Ismail Haniyeh ການນໍາຂະບວນການ Hamas, ໃຫ້ຮູ້ວ່າ ພາຍຫຼັງສັບປະດາເກີດການແຫ່ຂະບວນປະທ້ວງຢູ່ເຂດຊາຍແດນກາຊາ - ອິດສະຣາແອັນ, ບັນດາຄວາມມານະພະຍາຍາມ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງກັບ ອິດສະຣາແອັນ ນັບມື້ນັບມີຄວາມຄືບໜ້າດີ. ທ່ານ Ismail Haniyeh ໃຫ້ຮູ້ວ່າ ກາຕາ, ອີຢິບ ແລະ ສະຫະປະຊາຊາດ ພວມໜູນຊ່ວຍວິວັດການເຈລະຈາ.


ຕອບກັບ

ຂ່າວ/ບົດ​ອື່ນ