ບັນດາກຸ່ມບໍລິສັດແຖວໜ້າຂອງ ຍີ່ປຸ່ນ ໃຫ້ຄໍາໝັ້ນສັນຍາລົງທຶນເກືອບ 4 ຕື້ USD ເຂົ້າ ຮ່າໂນ້ຍ

(VOVWORLD) -ບັນດາກຸ່ມບໍລິສັດແຖວໜ້າຂອງ ຍີ່ປຸ່ນ ໃຫ້ຄໍາໝັ້ນສັນຍາລົງທຶນເກືອບ 4 ຕື້ USD ເຂົ້າ ຮ່າໂນ້ຍ
ບັນດາກຸ່ມບໍລິສັດແຖວໜ້າຂອງ ຍີ່ປຸ່ນ ໃຫ້ຄໍາໝັ້ນສັນຍາລົງທຶນເກືອບ 4 ຕື້ USD ເຂົ້າ ຮ່າໂນ້ຍ - ảnh 1ທ່ານ ຫງຽວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ແລະຜູ້ຕາງໜ້າບັນດາກຸ່ມບໍລິສັດແຖວໜ້າຂອງ ຍີ່ປຸ່ນ ໄດ້ແລກປ່ຽນບັນດາບົດບັນທຶກຊ່ວຍຈໍາ (ພາບ: TTXVN)

ວັນທີ 01 ກໍລະກົດ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດຍີ່ປຸ່ນ ພາຍໃຕ້ກາຍເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານ ຫງຽວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ແລະຜູ້ຕາງໜ້າບັນດາກຸ່ມບໍລິສັດແຖວໜ້າຂອງ ຍີ່ປຸ່ນ ໄດ້ແລກປ່ຽນບັນດາບົດບັນທຶກຊ່ວຍຈໍາ (MOU) ກ່ຽວກັບການຮ່ວມມືເພື່ອປະຕິບັດບັນດາໂຄງການລົງທຶນໃນບໍລິເວນນະຄອນ ດ້ວຍຈໍານວນທຶນຮັບປະກັນຂຶ້ນເຖິງເກືອບ 4 ຕື້ USD.

        ໃນການເຮັດວຽກຄັ້ງຕ່າງໆ, ທ່ານ ຫງວຽນດຶກຈູງ ໄດ້ແນະນໍາກ່ຽວກັບສະພາບແວດລ້ອມ ນະໂຍບາຍບຸລິມະສິດການລົງທຶນຂອງນະຄອນ.  ພ້ອມທັງຢັ້ງຢືນວ່າ ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ຈະມານະພະຍາຍາມປະຕິຮູບການບໍລິຫານ ເພື່ອສ້າງເງື່ອນໄຂດີກວ່າອີກໃຫ້ແກ່ການເຄື່ອນໄຫວລົງທຶນ ແລະ ດໍາເນີນທຸລະກິດຂອງບັນດາວິສາຫະກິດຕ່າງປະເທດໃນບໍລິເວນນະຄອນ.


ຕອບກັບ

ຂ່າວ/ບົດ​ອື່ນ