ບັນດາກະຊວງ, ຂະແຫນງການສືບຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ບັນດາກະຊວງ, ຂະແຫນງການສືບຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1


(vovworld)-  ວັນທີ 12/3, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ສືບຕໍ່ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ການ​ເຮັດ​ວຽກ​ກັບ​ແຂວງ ດົ່ງ​ນາຍ ​ເພື່ອ​ກວດກາ​ວຽກ​ງານ​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ໃສ່ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃສ່​ໃຈ​ວ່າ: ​ແຂວງ​ດົ່ງ​ນາຍ ຄວນ​ຍາດ​ແຍ່ງ​ການ​ປະກອບ​ຄຳ​ເຫັນ​ຂອງ​ປັນຍາ​ຊົນ, ນັກວິທະຍາສາດ, ຜູ້​ເຮັດ​ວຽກ​ງານ​ຄຸ້ມ​ຄອງ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຈັດ​ຕັ້ງຂຶ້ນ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຂຶ້ນ​ກັບຂົງ​ເຂດ​ສິ່ງ​ແວດ​ລ້ອມ, ຊັບພະຍາກອນ​ທີ່​ດິນ, ນ້ຳ, ​ໂລຫະ. ກ່ຽວ​ກັບ​ບັນຫາ​ທະ​ເລ, ທ່ານ ຟ້າ​ມງອກ​ເຊີນ, ຮອງ​ຫົວຫນ້າ​ກົມ​ໃຫຍ່​ກົມ​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ຍົກ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເຫ​ນີ​ເພີ່ມ​ຕື່ມ​ອີກ ມາດຕາ​ຫນຶ່ງ​ກ່ຽວ​ກັບ​ຊັບພະຍາກອນ​ທະ​ເລ. ​ເພາະວ່າ ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ໄດ້​ເວົ້າ​ວ່າ: ພວກ​ເຮົາ​ຈະ​ອອກ​ສູ່​ທະ​ເລ ​ແລະ ຈະ​ເພີ່ມ GDP ຈາກ​ທະ​ເລ​ແມ່ນ​ໃຫຍ່​ຫລວງ. ສິ່ງ​ດັ່ງກ່າວ​ຢັ້ງຢືນ​ຢ່າງ​ຈະ​ແຈ້ງວ່າ ພວກ​ເຮົາ​ຈະ​ຄຸ້ມ​ຄອງ​ຊັບພະຍາກອນ​ທະ​ເລ, ຂຸດ​ຄົ້ນ​ການ​ນຳ​ໃຊ້​ຊັບພະຍາກອນ​ທະ​ເລ​ເພື່ອ​ຮັບປະກັນ​ການ​ຂຸດ​ຄົ້ນ​ແບບ​ຍືນ​ຍົງ​ກໍ​ຄື​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ນັ້ນ​ແມ່ນ​ການ​ກຳນົດ​ທິດ​ໃຫ້​ແກ່​ບັນດາ​ກົດໝາຍ​ສະ​ເພາະ​ຂ​ະ​ແຫນງ​ໃນ​ໄລຍະ​ຕໍ່​ໄປ.”

 

ຂ່າວ/ບົດ​ອື່ນ