ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ຜັນ​ຂະ​ຫຍາຍ​ໂຄງ​ການ​ຟື້ນ​ຟູ ແລະ ພັ​ດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຢ່າງ​ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ການນຳບັນດາຫົວໜ່ວຍ ຈົ່ງບໍລິຫານນະໂຍບາຍເງິນຕາ, ປີການເງິນຢ່າງຄົບຊຸດ, ມີໄຫວພິບ ເພື່ອປະກອບສ່ວນເຂົ້າໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຕັ້ງໜ້າໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. 

ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ຜັນ​ຂະ​ຫຍາຍ​ໂຄງ​ການ​ຟື້ນ​ຟູ ແລະ ພັ​ດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຢ່າງ​ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ - ảnh 1(ພາບປະກອບ: tapchitaichinh.vn)

ວັນທີ  12 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຊັນໂທລະເລກທາງການ ໃນນັ້ນ ກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການ ແລະ ອົງການທີ່ກ່ຽວຂ້ອງ, ການນຳບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງຈັດຕັ້ງປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຢ່າງຂ້ຽວຂາດ, ມີປະສິດທິຜົນ, ຍູ້ໄວຄວາມຄືບໜ້າໃນການປ່ອຍເງິນລົງທຶນສາທາລະນະ.

     ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຫົວໜ່ວຍຕ່າງໆ ຈົ່ງສຸມໃສ່ປະຕິບັດເນື້ອໃນຕົ້ນຕໍ ຄື ຜັນຂະຫຍາຍແຜນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (2022 – 2023) ຢ່າງສະເໝີຕົ້ນສະເໝີປາຍ, ຄົບຊຸດ ຕາມທິດນຳທີ່ວ່າ ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ; ຮັບປະກັນການຜະລິດ, ດຳເນີນທຸລະກິດຢ່າງປອດໄພ, ປັບຕົວກັບການຜັນແປຂອງໂລກລະບາດໄດ້ເປັນຢ່າງດີ. ພ້ອມດຽວກັນນັ້ນ, ສ້າງໂຄງການ, ແຜນການເຄື່ອນໄຫວຢ່າງລະອຽດເພື່ອປະຕິບັດບັນດາໜ້າທີ່, ມາດຕະການທີ່ໄດ້ຮັບມອບໝາຍໃນມະຕິສະບັບເລກທີ 11 ຂອງ ລັດຖະບານ ກ່ຽວກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ການນຳບັນດາຫົວໜ່ວຍ ຈົ່ງບໍລິຫານນະໂຍບາຍເງິນຕາ, ປີການເງິນຢ່າງຄົບຊຸດ, ມີໄຫວພິບ ເພື່ອປະກອບສ່ວນເຂົ້າໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຕັ້ງໜ້າໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. 


ຕອບກັບ

ຂ່າວ/ບົດ​ອື່ນ