ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ເລີ​່ມ​ລົງ​ມື​ເຮັດ​ວຽກ, ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ພາຍຫຼັງ​ການ​ພັກ​ບຸນ​ເຕັດ

(VOVWORLD) - ໃນໂອກາດບຸນເຕັດປີມະໂລງ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ໄດ້ປະຕິບັດ, ຜັນຂະຫຍາຍຄຳສັ່ງຂອງຄະນະເລຂາທິການ, ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງບຸນເຕັດໃຫ້ແກ່ປະຊາຊົນຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. 
ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ເລີ​່ມ​ລົງ​ມື​ເຮັດ​ວຽກ, ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ພາຍຫຼັງ​ການ​ພັກ​ບຸນ​ເຕັດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 15 ກຸມພາ, ວັນເຮັດວຽກທຳອິດພາຍຫຼັງການພັກບຸນເຕັດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານ ກັບບັນດາການນຳກະຊວງ, ຂະແໜງການຕີລາຄາກ່ຽວກັບສະພາບການບຸນເຕັດປະຈຳຊາດປີມະໂລງ 2024 ແລະ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມຫຼັງບຸນເຕັດ.

ຕາມການລາຍງານທີ່ກອງປະຊຸມ, ໃນໂອກາດບຸນເຕັດປີມະໂລງ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ໄດ້ປະຕິບັດ, ຜັນຂະຫຍາຍຄຳສັ່ງຂອງຄະນະເລຂາທິການ, ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງບຸນເຕັດໃຫ້ແກ່ປະຊາຊົນຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ໃນນັ້ນ ວຽກງານຊ່ວຍເຫຼືອສັງຄົມ ໄດ້ຮັບການຜັນຂະຫຍາຍເປັນຢ່າງດີ. ສິນຄ້າອຸສົມສົມບູນ, ມີລາຄາເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ