ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ້ອງ​ມີ​ການ​ແນະ​ນຳ​ໂດຍ​ໄວ ເພື່ອ​ເປີດ​ປະ​ຕູ​ກາ​ນ​ທ່ອງ​ທ່ຽວຢ່າງ​ປອດ​ໄພ

(VOVWORLD) -ທີ່ກອງປະຊຸມ, ຕາງໜ້າບັນດາຫົວໜ່ວຍທີ່ກ່ຽວຂ້ອງໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບແຕ່ລະບັນຫາ ແລະ ເຫັນດີເປັນເອກະພາບວິທີການເປີດປະຕູການທ່ອງທ່ຽວສາກົນ ນັບແຕ່ວັນທີ 15 ມີນາ ປີ 2022. ບັນດາມາດຕະການເພື່ອຄວບຄຸມຄົນເດີນທາງໄປມາ ໄດ້ຍົກອອກເມື່ອໂລກລະບາດເກີດຂຶ້ນນັບແຕ່ປີ 2020 ມາຮອດປັດຈຸບັນ ຈະຖືກຍົກເລີກ.
ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ້ອງ​ມີ​ການ​ແນະ​ນຳ​ໂດຍ​ໄວ ເພື່ອ​ເປີດ​ປະ​ຕູ​ກາ​ນ​ທ່ອງ​ທ່ຽວຢ່າງ​ປອດ​ໄພ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  VGP)

ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ເພື່ອແນະນຳລະອຽດແຕ່ລະບັນຫາເມື່ອເປີດປະຕູການທ່ອງທ່ຽວ ແລະ ປະກາດໃຊ້ໃນອະທິດໜ້າ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢູ່ກອງປະຊຸມປຶກສາຫາລືວິທີການເປີດປະຕູເຄື່ອນໄຫວການທ່ອງທ່ຽວ ໃນສະພາບການຮັບມືຢ່າງໄຫວພິບ, ປອດໄພ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ໂດຍຕິດພັນກັບການຟື້ນຟູເສດຖະກິດສັງຄົມເທື່ອລະກ້າວ, ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 15 ກຸມພາຢູ່ຮ່າໂນ້ຍ.

ທີ່ກອງປະຊຸມ, ຕາງໜ້າບັນດາຫົວໜ່ວຍທີ່ກ່ຽວຂ້ອງໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບແຕ່ລະບັນຫາ ແລະ ເຫັນດີເປັນເອກະພາບວິທີການເປີດປະຕູການທ່ອງທ່ຽວສາກົນ ນັບແຕ່ວັນທີ 15 ມີນາ ປີ 2022. ບັນດາມາດຕະການເພື່ອຄວບຄຸມຄົນເດີນທາງໄປມາ ໄດ້ຍົກອອກເມື່ອໂລກລະບາດເກີດຂຶ້ນນັບແຕ່ປີ 2020 ມາຮອດປັດຈຸບັນ ຈະຖືກຍົກເລີກ. ຕາມນັ້ນແລ້ວ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານລັດຖະບານນຳໃຊ້ນະໂຍບາຍຍົກເວັ້ນວີຊາ ຄືໄລຍະກ່ອນເກີດໂລກລະບາດ. ກ່ຽວກັບບັນຫານີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ:

ໃນ 2 ປີແຫ່ງການປະຕິບັດການຕ້ານໂລກລະບາດ ຜ່ານມາ, ຂະແໜງທ່ອງທ່ຽວ ແລະ ບັນດາຂະແໜງການຕ່າງໆລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ. ປັດຈຸບັນ, ບົນຈິດໃຈສະພາບການປົກກະຕິໃໝ່, ຮັບມືຢ່າງປອດໄພ, ໄຫວພິບ, ຄວບຄຸມຢ່າງທັນການ, ພວກເຮົາຕ້ອງຮີບເຮັ່ງປະຕິບັດບັດ, ແຕ່ລະກະຊວງຂະແໜງການຕ້ອງສົມທົນກັນ. ມອບໃຫ້ກະຊວງວັດທະນະທຳເປັນຂົວຕໍ່ເຮັດວຽກກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພື່ອແນະນຳຢ່າງລະອຽດ, ລາຍງານຕໍ່ລັດຖະບານຕັດສິນໃຈບັນຫາວິຊາ.

ຕອບກັບ

ຂ່າວ/ບົດ​ອື່ນ