ບັນດາການນໍາ G7 ຕົກລົງເຫັນດີ ເບີກຈ່າຍ 22 ລ້ານ USD ເພື່ອປົກປັກຮັກສາເຂດປ່າ Amazon

(VOVWORLD) -ບັນດາປະເທດ G7 ໄດ້ເຫັນດີສະໜັບສະໜູນແຜນການປູກຕົ້ນໄມ້ໄລຍະກາງຄືນໃໝ່.
ບັນດາການນໍາ G7 ຕົກລົງເຫັນດີ ເບີກຈ່າຍ 22 ລ້ານ USD ເພື່ອປົກປັກຮັກສາເຂດປ່າ Amazon - ảnh 1ເກີດເຫດໄຟໄໝ້ຢູ່ປ່າ Amazon ໃນວັນທີ 25 ສິງຫາ (ພາບ: TTXVN)

  ວັນທີ 26 ສິງຫາ, ກອງປະຊຸມສຸດຍອດ ກຸ່ມ 7 ປະເທດອຸດສາຫະກໍາພັດທະນາແຖວໜ້າໂລກ (G7) ໄດ້ຕົກລົງເຫັນດີຈະເບີກຈ່າຍຈໍານວນເງິນ 22 ລ້ານ USD ເພື່ອປົກປັກຮັກສາເຂດປ່າ Amazon, ໃນນັ້ນ ຈໍານວນເງິນສ່ວນໃຫຍ່ແມ່ນນໍາໃຊ້ເພື່ອຈັດສົ່ງເຮືອບິນດັບເພີງລໍາຕ່າງໆມາຄວບຄຸມເຫດໄຟໄໝ້ທີ່ພວມປົກຄຸມທົ່ວເຂດປ່າໄມ້ເຂດຮ້ອນທີ່ໃຫຍ່ທີ່ສຸດໃນໂລກນີ້. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ຄູ່ຕໍາແໜ່ງ ຈີເລ Sebastian Pinera ໃຫ້ຮູ້ວ່າ ບັນດາປະເທດ G7 ໄດ້ເຫັນດີສະໜັບສະໜູນແຜນການປູກຕົ້ນໄມ້ໄລຍະກາງຄືນໃໝ່. ຄາດວ່າ, ແຜນການດັ່ງກ່າວ ຈະໄດ້ປະກາດໃນກອງປະຊຸມຂອງ ສປຊ ໃນເດືອນກັນຍາ ຈະມາເຖິງ.

        ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ ນີ້ແມ່ນບັນຫາບຸລິມະສິດຂອງກອງປະຊຸມ ແລະ ກ່າວເຕືອນວ່າ ຈະສະກັດກັ້ນ ຂໍ້ຕົກລົງດ້ານການຄ້າສະບັບໃໝ່ລະຫວ່າງ ສະຫະພາບເອີຣົບ ກັບ ອາເມລິກາ ລາຕີນ ຖ້າຫາກວ່າ ທ່ານປະທານາທິບໍດີ ບຣາຊີນ Jair Bolsonaro ບໍ່ມີມາດຕະການເພື່ອປົກປັກຮັກສາເຂດປ່າ Amazon.


ຕອບກັບ

ຂ່າວ/ບົດ​ອື່ນ