ບັນດາການນຳ G7 ເຫັນດີເປັນເອກພາບກ່ຽວກັບການໜູນຊ່ວຍ ຢູແກຼນ

(VOVWORLD) - ຖະແຫຼງການຮ່ວມໄດ້ເອົາລົງໃນເວັບໄຊຂອງ ເຢຍລະມັນ, ເຊິ່ງເປັນປະທານ G7 ໃນປະຈຸບັນ, ໂດຍຊີ້ແຈ້ງວ່າ: G7 ຈະໜູນຊ່ວຍ ຢູແກຼນ ຕອບສະໜອງຄວາມຕ້ອງການໃນລະດູໜາວ...
ບັນດາການນຳ G7 ເຫັນດີເປັນເອກພາບກ່ຽວກັບການໜູນຊ່ວຍ ຢູແກຼນ - ảnh 1ການນຳກຸ່ມບັນດາປະເທດອຸດສາຫະກຳແຖວໜ້າຂອງໂລກ (G7) ໄດ້ຈັດກອງປະຊຸມແບບທາງໄກ (ພາບ:BPA/Reuters)

ວັນທີ 12 ທັນວາ, ການນຳກຸ່ມບັນດາປະເທດອຸດສາຫະກຳແຖວໜ້າຂອງໂລກ (G7) ໄດ້ຈັດກອງປະຊຸມແບບທາງໄກ ເພື່ອປຶກສາຫາລືກ່ຽວກັບການສົມທົບກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ຕາມນັ້ນແລ້ວ, ໄດ້ເຫັນດີເປັນເອກະພາບກ່ຽວກັບການໜູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ. ທ່ານ Olaf Scholz, ນາຍົກລັດຖະມົນຕີ ເຢຍລະມັນ ໃຫ້ຮູ້ວ່າ: ເປົ້າໝາຍໃນປະຈຸບັນແມ່ນສ້າງພື້ນຖານນີ້ຢ່າງວ່ອງໄວ ດ້ວຍການເຂົ້າຮ່ວມຂອງ ຢູແກຼນ, ບັນດາອົງການການເງິນສາກົນ ແລະ ບັນດາຄູ່ຮ່ວມມືອື່ນໆ. ເລື່ອງສ້າງຕັ້ງ ຢູແກຼນ ຄືນໃໝ່ ອາດຈະ “ຄ້າຍຄືແຜນການ Marshall” ໂດຍ ອາເມລິກາ ຊຸກຍູ້ເພື່ອສ້າງຕັ້ງ ເອີລົບ ຄືນໃໝ່ ພາຍຫຼັງສົງຄາມໂລກຄັ້ງທີ 2.

        ຖະແຫຼງການຮ່ວມໄດ້ເອົາລົງໃນເວັບໄຊຂອງ ເຢຍລະມັນ, ເຊິ່ງເປັນປະທານ G7 ໃນປະຈຸບັນ, ໂດຍຊີ້ແຈ້ງວ່າ: G7 ຈະໜູນຊ່ວຍ ຢູແກຼນ ຕອບສະໜອງຄວາມຕ້ອງການໃນລະດູໜາວ, ສືບຕໍ່ໜູນຊ່ວຍປະຊາຊົນ ຢູແກຼນ ແລະ ຈະເພີ່ມທະວີບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ໜູນຊ່ວຍ ຢູແກຼນ ຢູ່ກອງປະຊຸມສາກົນ ກ່ຽວກັບການສ້າງ ຢູແກຼນ ຄືນໃໝ່ ເຊິ່ງຈັດຂຶ້ນໃນວັນທີ 13 ທັນວາ ຢູ່ ປາຣີ, ປະເທດ ຝລັ່ງ. ນອກຈາກນັ້ນ, ບັນດາການນຳ G7 ກໍ່ໃຫ້ຄຳໝັ້ນສັນຍາຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງ ຢູແກຼນ ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດດ້ານການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ