ບັນ​ດາ​ການ​ນຳ ຫວຽດ​ນາມ ອວຍ​ພອນ​ວັນ​ຊາດ ອິນ​ໂດ​ເນ​ເຊຍ ຄົບ​ຮອບ 78

(VOVWORLD) - ວັນທີ 17 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານອວຍພອນເຖິງທ່ານປະທານາທິບໍດີ Joko Widodo. 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງສາທາລະນະລັດ ອິນໂດເນເຊຍ ຄົບຮອບ 78 ປີ (17/8/1945-17/8/2023), ວັນທີ 17 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານອວຍພອນເຖິງທ່ານປະທານາທິບໍດີ Joko Widodo; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງສານອວຍພອນເຖິງທ່ານປະທານສະພາຜູ້ແທນປະຊາຊົນ Puan Maharani.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ Retno Marsudi.

ຕອບກັບ

ຂ່າວ/ບົດ​ອື່ນ