ບັນດາການນຳດ້ານການເງິນກຸ່ມG20ຊຸກຍູ້ສົມທົບດ້ານນະໂຍບາຍ

ບັນດາການນຳດ້ານການເງິນກຸ່ມG20ຊຸກຍູ້ສົມທົບດ້ານນະໂຍບາຍ - ảnh 1
ກອງປະຊຸມຢູ່ປັກກິ່ງ (ພາບ: AFP/TTXVN)

(vovworld) – ​  ​ວັນ​ທີ 26/2, ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄາ​ນສູນ​ກາງ​ຂອງ​ກຸ່ມ​ບັນດາພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (G20) ​ໄດ້​ໂຮມ​ປະຊຸມ​ຢູ່ ຈີນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ສົມທົບ​ດ້ານນະ​ໂຍບາຍ​ໃນ​ສະພາບ​ຕະຫຼາດ​ທົ່ວ​ໂລກ​ມີ​ຄວາມ​ສັບ​ສົນ. ​ໃນ​ສານ​ຝາກ​ເຖິງວາລະ​​ໄຂກອງ​ປະຊຸ​ມ, ທ່ານ​ນາຍົກລັດຖະມົນຕີ ຫລີ​ເຄີ​ຊຽນ ​ເນັ້ນ​ໜັກ​ວ່າ: ບັນດາ​ສະມາ​ຊິກ G20 ຕ້ອງ​ບຸລິມະສິດ​ເພີ່ມ​ທະວີ​ການ​ສົມທົບດ້ານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ ​ແລະ ສຸມ​ໃສ່​ປະຕິ​ຮູບ​ໂຄງ​ປະກອບ. ຈີນ ສະໜັບສະໜູນ​ການ​ນຳ​ໃຊ້​ນະ​ໂຍບາຍ​ເງິນຕາ​ເພື່ອ​ຊຸກຍູ້​ການ​ເຕີບ​​ໂຕ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຢຍລະ​ມັນ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ທັດສະນະ​ນີ້ ​ເມື່ອ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ເຢຍລະ​ມັນ Wolfgang Scheuble ຖື​ວ່າ: ບັນດາ​ຄວາມ​ມານະ​ພະ​ຍາ​ຍາມ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ຜ່ານ​ການ​ໂຍະຍານ​ດ້ານ​ ​ເງິນຕາ​ອາດ​ຈະ​ບໍ່​ມີ​ຜົນ​ປະ​ໂຫຍ​ດ. ​ໂດຍ​ສະໜັບສະໜູນ​ທັດສະນະ​ຂອງ ​ເຢຍລະ​ມັນ, ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ຝຣັ່ງ ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ ລ້ວນ​ແຕ່​ຖື​ວ່າ ສະພາບ​ການ​ໃນ​ປະຈຸ​ບັນ​ບໍ່​ທັນ​ແມ່ນ​ວິ​ກິດ​ການ ​ແລະ ບໍ່​ຕ້ອງ​ດຳ​ເນີນ​ນະ​ໂຍບາຍ​ໃໝ່.


ຂ່າວ/ບົດ​ອື່ນ