ບັນ​ດາ​ການ​ນຳ​ລັດ​ເຊຍ-ຈີນ ຈະ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ສາ​ກົນ

(VOVWORLD) - ຖະແຫຼງການກ່ຽວກັບການພົວພັນສາກົນ ກ້າວເຂົ້າສູ່ສັງກະລາດໃໝ່, ກ່ຽວກັບການພັດທະນາແບບຍືນຍົງທົ່ວໂລກ ໄດ້ກະກຽມໄວ້ກ່ອນການພົບປະເຈລະຈາ ແລະ ຈະສ່ອງແສງໃຫ້ເຫັນທັດສະນະລວມຂອງລັດເຊຍ ແລະ ຈີນ ກ່ຽວກັບບັນດາບັນຫາສາກົນທີ່ສຳຄັນທີ່ສຸດ, ລວມທັງບັນຫາຄວາມໝັ້ນຄົງ.
ບັນ​ດາ​ການ​ນຳ​ລັດ​ເຊຍ-ຈີນ ຈະ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ສາ​ກົນ - ảnh 1

ປະທານາທິບໍດີລັດເຊຍ  Vladimir Putin ແລະ ປະທານປະເທດຈີນ ສີຈິ້ນຜິງ (ພາບ: rianovosti)

   ທ່ານ Yuri Ushakov ຜູ້ຊ່ວຍວຽກຂອງປະທານາທິບໍດີລັດເຊຍ ໃຫ້ຮູ້ວ່າ, ໃນວັນທີ 4 ກຸມພາ, ປະທານາທິບໍດີລັດເຊຍ  Vladimir Putin ແລະ ປະທານປະເທດຈີນ ສີຈິ້ນຜິງ ຈະຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການພົວພັນສາກົນ ກ້າວເຂົ້າສູ່ສັງກະລາດໃໝ່. ຖະແຫຼງການກ່ຽວກັບການພົວພັນສາກົນ ກ້າວເຂົ້າສູ່ສັງກະລາດໃໝ່, ກ່ຽວກັບການພັດທະນາແບບຍືນຍົງທົ່ວໂລກ ໄດ້ກະກຽມໄວ້ກ່ອນການພົບປະເຈລະຈາ ແລະ ຈະສ່ອງແສງໃຫ້ເຫັນທັດສະນະລວມຂອງລັດເຊຍ ແລະ ຈີນ ກ່ຽວກັບບັນດາບັນຫາສາກົນທີ່ສຳຄັນທີ່ສຸດ, ລວມທັງບັນຫາຄວາມໝັ້ນຄົງ.

  ທ່ານຍັງໃຫ້ຮູ້ວ່າ, ພາຍຫຼັງການພົບປະເຈລະຈາ, ຈະມີແຜນການຮັບປະທານອາຫານແລງນຳກັນ. ຮູບການດັ່ງກ່າວຈະຊ່ວຍໃຫ້ການນຳສອງທ່ານສາມາດປຶກສາຫາລືບັນດາບັນຫາສາກົນ ແລະ ບັນຫາຂອງສອງຝ່າຍທີ່ສຳຄັນທີ່ສຸດຢ່າງກົງໄປກົງມາ ແລະ ມີຄວາມໄວ້ເນື້ອເຊື່ອໃຈ. ຕາມແຜນການ, ປະທານາທິບໍດີລັດເຊຍ  Vladimir Putin ຈະເຂົ້າຮ່ວມພິທີໄຂງານມະຫາກຳກິລາໂລກ Olympic ລະດູໜາວຄັ້ງທີ 24 ຢູ່ປັກກິງ.

ຕອບກັບ

ຂ່າວ/ບົດ​ອື່ນ