ບັນ​ດາ​ການ​ນຳ​ໂລກ​ສົ່ງ​ສານສະ​ແດງ​ຄວາມ​ຍິນ​ດີ​ກັບທ່ານ Joe Biden

(VOVWORLD) - ວັນທີ 8 ພະຈິກ, ພາຍຫຼັງບັນດາສື່ມວນຊົນອາເມລິກາພ້ອມກັນລົງຂ່າວທີ່ວ່າ ທ່ານ Joe Biden ຍາດໄດ້ໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີ ອາເມລິກາ, ໄດ້ມີການນປະເທດຕ່າງໆໃນໂລກ ສົ່ງສານສະແດງຄວາມຍິນດີກັບທ່ານ Joe Biden.
ບັນ​ດາ​ການ​ນຳ​ໂລກ​ສົ່ງ​ສານສະ​ແດງ​ຄວາມ​ຍິນ​ດີ​ກັບທ່ານ Joe Biden - ảnh 1ທ່ານ Joe Biden ປະທານາທິບໍດີ ອາເມລິກາ ຄົນໃໝ່ (ພາບ: Sky)

ທ່ານ Miguel Diaz – Canel ປະທານປະເທດກູບາ ໄດ້ຂຽນບົດວິເຄາະໃນສື່ສັງຄົມອອນລາຍ Twitter ກ່ຽວກັບການໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ອາເມລິກາ ດ້ວຍໄຊຊະນະຂອງຜູ້ສະໝັກເລືອກຕັ້ງພັກ ປະຊາທິປະໄຕ Joe Biden, ໃນນັ້ນທ່ານສະແດງຄວາມເຊື່ອໝັ້ນຕໍ່ຄວາມອາດສາມາດສ້າງການພົວພັນສອງຝ່າຍທີ່ມີລັກສະນະສ້າງສັນກັບ ວໍຊິງຕັນ.

ທ່ານປະທານາທິບໍດີ ອີຣານ Hassan Rouhani ຫວັງວ່າ ອຳນາດການປົກຄອງໃໝ່ຂອງ ອາເມລິກາ ອາດຈະເຊືີ່ອມຕໍ່ການປະຕິບັດຄຳໝັ້ນສັນຍາກັບປະຊາຄົມສາກົນຄືນໃໝ່.

ທ່ານ ປະທານາທິບໍດີ ອີຣັກ Barham Saleh ກໍ່ໄດ້ສົ່ງສານສະແດງຄວາມຍິນດີກັບທ່ານ Joe Biden  ໃນນັ້ນສະແດງຄວາມຫວັງວ່າ ສອງປະເທດຈະພ້ອມກັນຮ່ວມມືເພື່ອບັນລຸໄດ້ບັນດາເປົ້າໝາຍລວມ ກໍ່ຄືປັບປຸງສັນຕິພາບ ແລະ ສະຖຽນລະພາບໃນທົ່ວພາກພື້ນ ຕາເວັນອອກກາງ.

ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ສະແດງຄວາມຍິນດີກັບທ່ານ Joe Biden, ພ້ອມທັງສະແດງຄວາມປາດຖະໜາຢາກຮ່ວມມືກັບອຳນາດການປົກຄອງ ປະທານາທິບໍດີຄົນໃໝ່ຢູ່ອາເມລິກາ.

ມີການນຳຫຼາຍທ່ານຢູ່ບັນດາປະເທດອາຟຼິກກາ ໃນນັ້ນມີ ນີເຊເຣຍ, ອາຟຼິກກາໃຕ້ ກໍ່ສົ່ງສານສະແດງຄວາມຍິນດີກັບທ່ານ Joe Biden, ຫວັງວ່າຈະມີການເພີ່ມທະວີການພົວພັນ ແລະ ການຮ່ວມມືກັບ ອາເມລິກາ, ພິເສດແມ່ນໃນຂົງເຂດເສດຖະກິດ, ການທູດ ແລະ ການເມືອງ ກໍ່ຄືການຕໍ່ສູ້ຕ້ານການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ