ບັນດາການນຳໂລກສືບຕໍ່ສົ່ງໂທລະເລກອວຍພອນທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ

(VOVWORLD) - ໃນສານອວຍພອນ, ກະສັດ ມາເລເຊຍ Al-Sultan Abdullah ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານປະເທດ ຫວໍວັນເຖືອງ, ຫວຽດນາມ ຈະສືບຕໍ່ພັດທະນາຢ່າງວ່ອງໄວ ແລະ ມີການເຕີບໂຕເສດຖະກິດຢ່າງແຮງກ່ວາອີກ.
ບັນດາການນຳໂລກສືບຕໍ່ສົ່ງໂທລະເລກອວຍພອນທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ - ảnh 1ທ່ານ ຫວໍວັນເຖືອງ ທີ່ພິທີສະບານຕົວເຂົ້າດຳລົງຕຳແໜ່ງ
(ພາບ:TTXVN)

ເນື່ອງໃນໂອກາດສະພາແຫ່ງຊາດ ຫວຽດນາມ ໄດ້ເລືອກຕັ້ງ ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ສສ ຫວຽດນາມ, ການນຳບັນດາປະເທດຄື: ມາເລເຊຍ, ເຢຍລະມັນ, ອາເມລິກາ, ການາດາ, ອາກເມນີ, ໂປໂລຍ, ແດນມາກ, ກາຊັກສະຖານ, ແຟງລັງ… ແລະ ທ່ານເລຂາທິການໃຫຍ່ ສປຊ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນ.

        ໃນສານອວຍພອນ, ກະສັດ ມາເລເຊຍ Al-Sultan Abdullah ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານປະເທດ ຫວໍວັນເຖືອງ, ຫວຽດນາມ ຈະສືບຕໍ່ພັດທະນາຢ່າງວ່ອງໄວ ແລະ ມີການເຕີບໂຕເສດຖະກິດຢ່າງແຮງກ່ວາອີກ. ກະສັດ ມາເລເຊຍ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ຫວໍວັນເຖືອງ ເພື່ອປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ມາເລເຊຍ ກ່ວາອີກ.

        ທ່ານປະທານາທິບໍດີ ສ. ສະຫະພັນ ເຢຍລະມັນ Frank -Walter Steinmeier ເນັ້ນໜັກວ່າ: ເຢຍລະມັນ ແລະ ຫວຽດນາມ ມີການພົວພັນມິດຕະພາບທີ່ໄມຕີຈິດມາແຕ່ດົນນານ; ທ່ານຢັ້ງຢືນຈະພ້ອມກັບ ຫວຽດນາມ ຮ່ວມມືເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ແຮງງານ ແລະ ການຮ່ວມມືໃນບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ສານທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ; ປາດຖະໜາຢາກພ້ອມກັບທ່ານ ປະທານປະເທດ ຊຸກຍູ້ການພົວພັນຮ່ວມມື, ນ້ຳໃຈມິດຕະພາບລະຫວ່າງສອງປະເທດບົນພື້ນຖານບັນດາຜົນປະໂຫຍດລວມ.

        ສານຜູ້ມີອຳນາດເຕັມແຫ່ງ ການາດາ ທ່ານນາງ Mary Simon ຢັ້ງຢືນການພົວພັນລະຫວ່າງ ຫວຽດນາມ ແລະ ການາດາ ໄດ້ ແລະ ພວມພັດທະນາຢ່າງແຮງ ໃນຂອບເຂດຄູ່ຮ່ວມມືຮອບດ້ານ, ອີງໃສ່ຜົນປະໂຫຍດລວມ ແລະ ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ