ບັນດາການນຳໂລກຮຽກຮ້ອງໃຫ້ຊາວໜຸ່ມສືບຕໍ່ສະແດງຈິດໃຈປະຈັນບານ

(VOVWORLD) -ກາລະໂອກາດສະກັດກັ້ນບັນດາຜົນກະທົບທີ່ຊົ່ວຮ້າຍທີ່ສຸດຂອງວິກິດການອາກາດ ພວມຖືກຮັດແຄບເຂົ້າຢ່າງໄວ.
ບັນດາການນຳໂລກຮຽກຮ້ອງໃຫ້ຊາວໜຸ່ມສືບຕໍ່ສະແດງຈິດໃຈປະຈັນບານ - ảnh 1ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບ: Reuters)

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ຊາວໜຸ່ມສືບຕໍ່ກະຕຸກຊຸກຍູ້ບັນດາການນຳໂລກໃຫ້ມີການກະທຳໃນບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກ່ອນທີ່ຈະຈັດກອງປະຊຸມສຸດຍອດສຳຄັນກ່ຽວກັບບັນຫາດັ່ງກ່າວນີ້ໃນເດືອນ ພະຈິກ.

        ກ່າວຄຳເຫັນຕໍ່ຊາວໜຸ່ມນັບຫຼາຍຮ້ອຍຄົນເຊິ່ງແມ່ນນັກເຄື່ອນໄຫວດ້ານອາກາດຢູ່ກອງປະຊຸມຊາວໜຸ່ມເພື່ອອາກາດ (Youth4Climate) ເຊິ່ງດຳເນີນໃນວັນທີ 30 ກັນຍາ, ຢູ່ Milan, ປະເທດ ອີຕາລີ, ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ, ກາລະໂອກາດສະກັດກັ້ນບັນດາຜົນກະທົບທີ່ຊົ່ວຮ້າຍທີ່ສຸດຂອງວິກິດການອາກາດ ພວມຖືກຮັດແຄບເຂົ້າຢ່າງໄວ. ໄວໜຸ່ມຕ້ອງນຳໜ້າໃນການຍົກອອກບັນດາມາດຕະການແກ້ໄຂຕັ້ງໜ້າ, ສະໜັບສະໜູນຄວາມຍຸຕິທຳທາງອາກາດ ແລະ ກະຕຸກຊຸກຍູ້ໃຫ້ບັນດາການນຳປະຕິບັດ.

        ເນື່ອງໃນໂອກາດນີ້, ທ່ານ Antonio Guterres ກໍ່ຮຽກຮ້ອງໃຫ້ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26), ຄາດວ່າຈະເລີ່ມດຳເນີນນັບແຕ່ວັນທີ 31 ຕຸລາ ທີ່ຈະມາເຖິງຢູ່ Glasgow, ປະເທດ ອັງກິດ ຈະຍົກອອກແຜນການປ່ອຍອາຍພິດໃຫ້ເໝາະສົມກັບທິດທາງກຳນົດການເພີ່ມອຸນຫະພູມໜ່ວຍໂລກແມ່ນ 1,5 ອົງສາ C.

ຕອບກັບ

ຂ່າວ/ບົດ​ອື່ນ