ບັນດາການນຳໃນໂລກໄດ້ກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍຢູ່ນອກສຳນັກງານສະພາແຫ່ງຊາດອັງກິດ

ບັນດາການນຳໃນໂລກໄດ້ກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍຢູ່ນອກສຳນັກງານສະພາແຫ່ງຊາດອັງກິດ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ​ຖືກ​ປິດ​ລ້ອມ

(vovworld) - ​​​ວັນ​ທີ 22/3, ການ​ນຳຫຼາຍ​ປະ​ເທດ​ໃນ​ໂລກ ໄດ້​ອອກ​ສຽງ​ຕຳຫ​ນິ​ຕິ​ຕຽນ​ເຫດ​ບຸກ​ໂຈມ​ຕີ​ຢູ່ນອກ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ອັງ​ກິດ ຢູ່​ນະ​ຄອນຫຼວງ ລອນດອນ, ເຮັດ​ໃຫ້​ຢ່າງ​ນ້ອຍ​ສຸດ 3 ຄົນ​ເສຍ​ຊີ​ວິດ ແລະ ກ່​ວາ 40 ຄົນ​ຖືກ​ຮັບ​ບາດ​ເຈັບ.

        ໃນ​ສານ​ສະ​ແດງ​ນ້ຳ​ໃຈ​ສາ​ມັກ​ຄ​ີ ແລະ ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ກໍ່​ຄື​ລັດ​ຖະ​ບານ ອັງ​ກິດ, ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francois Hollande, ໄດ້​ຢັ້ງ​ຢືນ​ວ່າ ຝ​ຣັ່ງ ເຂົ້າ​ໃຈ​ຄວາມ​ເຈັບ​ປວດ ແລະ ຄວາມ​ເສຍ​ຫາຍ​ເຊິ່ງ​ປະ​ຊາ​ຊົນ ອັງ​ກິດ ພວມ​ແບກ​ຫາບ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ Bernard Cazeneuve ກໍ່​ສະ​ແດງ​ນ້ຳ​ໃຈ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ ອັງ​ກິດ, ພ້ອມ​ທັງ​ກ່າວ​ປະ​ນາມ​ເຫດ​ການ​ບຸກ​ໂຈມ​ຕີ​ທີ່​ຮ້າຍ​ແຮງນີ້. ໃນ​ຂະ​ນະ​ນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ Frank – Walter Steinmeier ຢັ້ງ​ຢືນ​ວ່າ, ໃນ​ຈຸດ​ເວ​ລານີ້, ປະ​ຊາ​ຊົນ ເຢຍ​ລະ​ມັນ​ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄລ່​ກັບ​ປະ​ຊາ​ຊົນ ອັງ​ກິດ. ໃນ​ຂະ​ນະ​ນັ້ນ, ໃນ​ຖະ​ແຫຼງ​ການ​ຈາກ​ອາ​ເມ​ລິ​ກາ, ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ Sean Spicer ຖະ​ແຫຼງວ່າ ທຳ​ນຽບ​ຂາວ ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ, ພ້ອມ​ທັງ​ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ວ່າ: ລັດ​ຖະ​ບານ ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ທຸກໆ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໂຕ້​ຕອບ​ເຫດ​ບຸກ​ໂຈມ​ຕີ.

        ການ​ນຳ​ບັນ​ດາ​ປະ​ເທດ​ຄື: ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮນ​ລັງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ອ​ີ​ຕາ​ລີ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊິກ… ກໍ່​ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີ​ຢູ່ ອັງ​ກິດ​ຢ່າງ​ແຮງ.


ຂ່າວ/ບົດ​ອື່ນ