ບັນດາການນຳໃຫ້ຄຳໝັ້ນສັນຍາຮ່ວມມືຊຸກຍູ້ເສດຖະກິດແລະຄວາມໝັ້ນຄົງປອດໄພໃນການເດີນເຮືອ

ບັນດາການນຳໃຫ້ຄຳໝັ້ນສັນຍາຮ່ວມມືຊຸກຍູ້ເສດຖະກິດແລະຄວາມໝັ້ນຄົງປອດໄພໃນການເດີນເຮືອ - ảnh 1
ບັນດາການນຳ G7
(ພາບ: AFP/TTXVN)

(vovworld) – ວັນ​ທີ 27/5, ບັນດາ​ການ​ນຳ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ (G7) ຢັ້ງຢືນ​ເພີ່​ມທະວີ​ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​​ການ​ເຕີບ​ໂຕ​​ແບບບໍ່​ຍືນ​ຍົງ​ຂອງ​ເສດຖະກິດ​ທົ່ວໂລກກໍ່​ຄື​ຮັບ​ປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​​ໃນການ​ເດີ​ນ​ເຮືອ, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ຖະ​ແຫຼ​ງການສິ້ນ​ສຸດ​ກອງ​ປະຊຸມ​ສຸດ​ຍອດ G7 ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ​ຢູ່ ຍີ່ປຸ່ນ, ບັນດາ​ການ​ນຳ G7 ສະ​ແດງ​ຄວາມ​ວິຕົກ​ວັງວົນ​ກ່ຽວ​ກັບ​ບັນດາ​ໄພ​​ອັນຕະລາຍ​ສຳລັບ​ພື້ນຖານ​ເສດຖະກິດ​ໂລກ, ພ້ອມ​ທັງ​ໃຫ້​ຄຳໝັ້ນ​ສັນຍາ​ຊອກ​ຫາ​ກາ​ນ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ ​ແລະ ຍືນ​ຍົງ. ບັນດາ​ການ​ນຳ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ລີກ​ລ້ຽງ​ການ​ບູບລາຄາ​ເງິນ​ພາຍ​ໃນ​ເພື່ອ​ສ້າງການ​ແກ່ງ​ແຍ້​ງ. ພິ​ເສດ​, ບັນດາ​ການ​ນຳ G7 ກໍ່​ສະ​ແດງ​ຄວາມ​ວິຕົກວັງ​ວົນ​ກ່ຽວ​ກັບ​ສະພາບ​ການ​ເພີ່ມ​ທະວີ​ຄວາມ​​ເຄັ່ງ​ຕຶງ​ໃນທະ​ເລ​ຢູ່​ອາຊີ. ຖະ​ແຫຼ​ງການ​ຂອງ G7 ກໍ່​ສະ​ແດງ​ຢ່າງ​ຈະ​ແຈ​້ງ “ຄວາມ​ວິຕົກ​ວັງ​ວົນ​ກ່ຽວກັບ​ສະພາບ​ການ​ຢູ່​ບັນດາ​ເຂດ​ທະ​ເລ​ຮວາ​ຕູ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ”, ພ້ອມ​ທັງ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ການ​​ແກ້​ໄຂບັນດາ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ. ການ​ນຳ G7 ກໍ່​ຢຳ້​ຄືນ​ວ່າ: ​ເລື່ອງ​ແກ້​ໄຂ​ບັນດາການ​ຂັດ​ແຍ້​ງຄວນ​ໄດ້​ດຳ​ເນີນ​ໄປ​ໂດ​ຍສັນຕິ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການບິ​ນຕ້ອງ​ໄດ້​ເຄົາລົບ.
ແລະ​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ບັນດາ​ການ​ນຳ G7 ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ Ise Shima, ສິ້ນ​ສຸດ​ກອງ​ປະຊຸມ​ສຸດ​ຍອດ G7 ຄັ້ງ​ທີ 42 ຢູ່​ນະຄອນ Ise Shima, ປະ​ເທດ ຍີ່ປຸ່ນ. ຖະ​ແຫຼງການ​ຮ່ວມ​ສະ​ແດງ​ຄວາມ​ເຫັນ​ດີ​​ເຫັນ​ພ້ອມຢ່າງ​ສູງ​ຂອງ​ການ​ນຳ​ບັນດາ​ປະ​ເທດ G7 ​ໃນ​ທຸກໆ​ຫົວ​ຂໍ້​ທີ່​ໄດ້​ປຶກສາ​ຫາລື​ໃນ​ວັນ​ທີ 26 ​ແລະ 27/5. ຖະ​ແຫຼ​ງການ​ຮ່ວມ​ຊີ້​ແຈ້ງ​ວ່າ: ​ໃນ​ສະພາບ​ການ​ເຕີບ​ໂຕ​ເສດຖະກິດ​ທົ່ວ​​ໂລກ​ພວມ​ຖືກ​ຫລຸດ​ລົງ​ຍ້ອນ​ຫຼາຍ​ຄວາມ​ສ່ຽງ, ບັນດາ​ການ​ຂັດ​ແຍ​້ງ, ການ​ກະທຳ​ກໍ່​ການ​ຮ້າຍ… ພວມ​ເຮັດ​ໃຫ້​ສະພາບ​ການ​​ໃນ​ໂລກ​ສັບສົນ​ຂຶ້ນ​ຕື່ມ, ດັ່ງ​ນັ້ນ, ກອງ​ປະຊຸມ G7 ມີ​ຄວາມ​ຮັບ​ຜິດຊອບ​ພິ​ເສດ ມີ​ລັກສະນະ​ສາກົນ​ເພື່ອ​ຮັບ​ມື​ກັບ​ບັນດາ​ບັນຫາ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ