ບັນດາການບຸກໂຈມຕີທີ່ນອງເລືອດຢູ່ຝລັ່ງ,ຄູເວດ,ຕູຍນີຊີເຮັດໃຫ້ 60 ຄົນເສຍຊີວິດ

ບັນດາການບຸກໂຈມຕີທີ່ນອງເລືອດຢູ່ຝລັ່ງ,ຄູເວດ,ຕູຍນີຊີເຮັດໃຫ້ 60 ຄົນເສຍຊີວິດ - ảnh 1
​ໂຮງງານ​ຜະລິດ​ອາຍ​ແກັດ​​ກຸ່ມ​ບໍລິສັດ Ari Purdocts
(ພາບ: AFP)


​(vovworld) - ວັນ​ທີ 26/06, ບັນດາ​ເຫດ​ບຸກ​​ໂຈມ​ຕີ​ທີ່​ໂຫ​ດຮ້າຍສາມານຖືກ​ເກີດຂຶ້ນ​ຢູ່​ຝລ່ັງ, ຕູ​ຍນີຊີ ​ແລະ ຄູ​ເວດ ​ໄດ້​ເຮັດ​ໃຫ້ 60 ຄົນ​ເສຍ​ຊີວິດ. ການ​ບຸກ​​ໂຈມ​ຕີນ​ອງ​ເລືອດ​ທີ່​ສຸດ​ແມ່ນ​ຢູ່​​ເຂດ​ທ່ອງ​ທ່ຽວພັກຜ່ອນບຳລຸງ​ສຸຂະພາບທີ່​ມີ​ຊ່ື​ສຽງ​ຢູ່ ຕູ​ຍນີຊີ, ​ເຮັດ​​ໃຫ້ 38 ຄົນ​ເສຍ​ຊີວິດ. ຕໍ່​ຈາກ​ນັ້ນ​​ແມ່ນ​ການວາງ​ລະ​ເບີດ​ສະຫຼະ​ຊີບ​​ໂບດ​ອິດສະ​ລາມ ​ແຫ່ງ​ໜຶ່ງຢູ່​ນະຄອນຫຼວງ​ຂອງ ຄູ​ເວດ  ​ເຮັດ​ໃຫ້ 27 ຄົນ​ຖືກ​ເສຍ​ຊີວິດ ​ແລະ ກວ່າ 200 ຄົນ​ຮັບ​ບາດ​ເຈັບ. ສ່ວນ​ຢູ່​ຝລັ່ງ, ມີ​ຄົນ​ໜຶ່ງ​ຖື​ທຸງ ອິດສະ​ລາມ ​ໄດ້​ບຸກ​ໂຈມ​ຕີ​ເຂົ້າ​ໂຮງງານ​ຜະລິດ​ອາຍ​ແກັດ​​ກຸ່ມ​ບໍລິສັດ Ari Purdocts, ຢູ່ Lyon ​ໄດ້​ເຮັດ​​ໃຫ​້ອາງ​​​ເກັບ​ອາຍ​ແກັດ​ຖືກ​ລະ​ເບີດ​ຂຶ້ນ, ​ເຮັດ​ໃຫ້ 1 ຄົນ​ເສຍ​ຊີວິດ ​ແລະ ຫຼາຍ​ຄົນ​ຮັບ​ບາດ​ເຈັບ. ​ໃນ​ຖະ​ແຫຼງການລ້າ​ສຸດ, IS ຍ້ອມ​ຮັບ​ວ່າ ​ແມ່ນຢືນ​ຢູ່​ເບື້ອງ​ຫຼັງ​ການ​ບຸກ​ໂຈມ​ຕີ​ຢູ່ ຕູ​ຍນີຊີ, ສ່ວນ​ຕົວ​ການວາງ​ລະ​ເບີ​ດຢູ່​ຝລັ່ງ ກໍ​ຖືກ​ຈັບ​ຕົວ, ຜູ້ນີ້​ໄດ້​ຮັບ​ຖື​ວ່າ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ຂະ​ບວນ​ການ​ອິດ​ສະ​ລາມ Salafist.

ຂ່າວ/ບົດ​ອື່ນ