ບັນດາການຜັນແປກ່ຽວຂ້ອງເຖິງການບຸກໂຈມຕີທີ່ພິທີເດີນສວນສະໜາມຢູ່ນະຄອນ Ahvaz

(VOVWORLD) - ຈຳນວນຜູ້ເສຍຊີວິດອາດຈະສືບຕໍ່ເພີ່ມຂຶ້ນຍ້ອນມີຫຼາຍຄົນຖືກເຈັບໜັກ

ຕາມແຫຼ່ງຂ່າວຫຼ້າສຸດ, ປະຈຸບັນ, ຈຳນວນຜູ້ເສຍຊີວິດໃນເຫດພວກມືປືນບຸກໂຈມຕີ ໃສ່ຂະບວນເດີນສວນສະໜາມການທະຫານຂະໜາດໃຫຍ່ຢູ່ນະຄອນທາງທິດຕາເວັນຕົກສ່ຽງໃຕ້ Ahvaz, ຂຶ້ນກັບແຂວງ Khuzesta, ປະເທດ ອີຣານ ໃນວັນທີ 22 ກັນຍາ ໄດ້ຂຶ້ນເຖິງ 22 ຄົນ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍຫຼາຍຄົນ; ນອກຈາກນັ້ນ, ຍັງມີ 57 ຄົນໄດ້ຮັບບາດເຈັບ. ເຈົ້າໜ້າທີ່ ອີຣານໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດອາດຈະສືບຕໍ່ເພີ່ມຂຶ້ນຍ້ອນມີຫຼາຍຄົນຖືກເຈັບໜັກ. 3 ເປົ້າໝາຍດຳເນີນການບຸກໂຈມຕີຖືກກຳລັງປ້ອງກັນຄວາມສະຫງົບດັບສູນທີ່ສະຖານທີ່ເກີດເຫດ ແລະ ອີກເປົ້າໝາຍໜຶ່ງເສຍຊີວິດຢູ່ໃນໂຮງໝໍ.

        ໃນຖະແຫຼງການທີ່ຍົກອອກມາເມື່ອວັນທີ 22 ກັນຍາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ໄດ້ໃຫ້ຄຳໝັ້ນສັນຍາວ່າຈະໂຕ້ຕອບຢູ່ໃນລະດັບສູງສຸດສຳລັບເຫດບຸກໂຈມຕີດັ່ງກ່າວ. ທ່ານປະທານາທິບໍດີ ອີຣານ ກໍ່ກ່າວເຕືອນວ່າ “ບັນດາຜູ້ໜູນຊ່ວຍໃຫ້ແກ່ການໂຄສະນາ ແລະ ສືບລາຊະການລັບໃຫ້ແກ່ພວກກໍ່ການຮ້າຍນີ້ຕ້ອງຮັບຜິດຊອບ”. ໃນວັນທີ 22 ກັນຍາ, ພະຄາດີນັນ ອີຣານ Ayatollah Ali Khamenei ຖະແຫຼງວ່າ ເຫດບຸກໂຈມຕີຄັ້ງນີ້ກ່ຽວຂ້ອງເຖິງ “ບັນດາພັນທະມິດຂອງ ອາເມລິກາ ໃນພາກພື້ນ”.

        ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄູ່ຕຳແໜ່ງ ອີຣານ Hassan Rouhani, ພ້ອມທັງສະແດງຄວາມພ້ອມໃນການຮ່ວມມືກັບ ອີຣານ ຕ້ານການກໍ່ການຮ້າຍ. ກໍ່ໃນວັນທີ 22 ກັນຍາ, ຜູ້ຕາງໜ້າ ສປຊ ປະຈຳ ອີຣານ ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງວົງການເຈົ້າໜ້າທີ່ ເຕເຮຣານ ແລະ ຄອບຄົວຜູ້ປະສົບເຄາະຮ້າຍ. ໃນຂະນະນັ້ນ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Heather Nauert ໃຫ້ຮູ້ວ່າ ປະເທດນີ້ສະໜັບສະໜູນ ປະຊາຊົນ ອີຣານ ໃນການສູ້ຮົບຕ້ານການກໍ່ການຮ້າຍ ອິດສະລາມຫົວຮຸນແຮງ ແລະ ວໍຊິງຕັນ ກ່າວປະມານທຸກໆການກະທຳກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ