ບັນ​ດາ​ການ​ຜັນ​ແປຫຼ້າ​ສຸດ​ຢູ່​ເຂດ Kursk

(VOVWORLD) - ບັນດາຫົວໜ່ວຍຂອງກຸ່ມກຳລັງທະຫານພາກເໜືອ, ໄດ້ຮັບການຊ່ວຍເຫຼືອທາງອາກາດ ແລະ ທາງບົກ, ຍູ້ຖອຍບັ້ນບຸກໂຈມຕີຂອງບັນດາກຸ່ມກຳລັງຂອງ ຢູແກຼນ ໄປທາງບັນດາເຂດຕັ້ງຖິ່ນຖານໃນພາກພື້ນ.

ວັນທີ 28 ສິງຫາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ໃນ 24 ຊົ່ວໂມງຜ່ານມາ, ກຳລັງປະກອບອາວຸດ ຢູແກຼນ (VSU) ໄດ້ເສຍຈຳນວນພົນທະຫານເຖິງ 380 ຄົນ, ເຄື່ອງຫຸ້ມເກາະ 30 ຄັນ ແລະ ນາຍທະຫານ ຢູແກູນ 5 ຄົນ ໄດ້ຍອມຈຳນົນ. ບົດລາຍງານດັ່ງກ່າວ ກໍໃຫ້ຮູ້ວ່າ ບັນດາຫົວໜ່ວຍຂອງກຸ່ມກຳລັງທະຫານພາກເໜືອ, ໄດ້ຮັບການຊ່ວຍເຫຼືອທາງອາກາດ ແລະ ທາງບົກ, ຍູ້ຖອຍບັ້ນບຸກໂຈມຕີຂອງບັນດາກຸ່ມກຳລັງຂອງ ຢູແກຼນ ໄປທາງບັນດາເຂດຕັ້ງຖິ່ນຖານໃນພາກພື້ນ.  ບັນດາເຮືອບິນບໍ່ມີຄົນຂັບສູ້ຮົບຂອງ ລັດເຊຍ ໄດ້ເລັ່ງເຂົ້າເຂດເຕົ້າໂຮມກຳລັງ ແລະ ອຸປະກອນການທະຫານຂອງບັນດາກຳລັງສຳຮອງ ຢູ່ 13 ເຂດຕັ້ງຖິ່ນຖານຢູ່ແຂວງ Sumy.

        ກໍໃນວັນດຽວກັນ, ທ່ານ Sokolov ຜູ້ວ່າການເຂດ Kirov ຂອງ ລັດເຊຍ, ໃຫ້ຮູ້ວ່າ  ຕອນເຊົ້າໃນວັນດຽວກັນ, 5 ບັ້ນບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ UAV ໄດ້ດຳເນີນຢ່າງຕໍ່ເນື່ອງເລັ່ງໃສ່ເຂດດັ່ງກ່າວ. ກຳລັງປ້ອງກັນປະເທດ ລັດເຊຍ ຍິງຕົກເຮືອບິນ UAV ຕົກຢູ່ເຂດ Kirov ແລະ ອີກ 3 ລຳ ໄດ້ຕົກລົງເຂດອ່າງບັນຈຸເຊື້ອເພີງຂອງໂຮງງານ Zenit, ນະຄອນ Kotelnic ແລະ ບໍ່ມີຜູ້ໃດຖືກບາດເຈັບ.

ທູຮ່າ, ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ