ບັນດາ​ການ​ພົບ​ປະ​ນອກ​ກອງ​ປະຊຸມ​ສຸດ​ຍອດG20

ບັນດາ​ການ​ພົບ​ປະ​ນອກ​ກອງ​ປະຊຸມ​ສຸດ​ຍອດG20 - ảnh 1
ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ແລະ
ທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun – hye

(vovworld) - ​ ​ ວັນ​ທີ 05/09 ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Malcolm Turnbull ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ອົດ​ສະ​ຕາ​ລີ ຈະ​ລົງ​ນາມໃນ​ສັນຍາ​​ເສລີ​ການ​ຄ້າ (FTA) ກັບ​ ລາຊະ​ອານາຈັກ ອັງກິດ ​ໄລຍະ​ຫລັງ​ເຫດ​ການ Brexit. ​ໃນ​ການ​ປະຊຸມຂ່າວ​ຮ່ວມນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັກ​ທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ໃຫຍ່ທີ່​ສຸດຂອງ​ໂລກ (G20) ຢູ່ ຄ໋າງ​ເຈົາ (ຈີນ), ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Malcolm Turnbull ​ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ Theresa May ກໍ່​ຢືນຢັນ​ວ່າ 2 ປະ​ເທດ​ພ້ອມ​ແລ້ວ​ທີ່ຈະ​ຮ່ວມ​ມື, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ການ ພາຍຫລັງ​ລາຊະ​ອານາຈັກ ອັງ​ກິດ ອອກ​ຈາກ​ສະ​ຫະພາບ ​ເອີ​ລົບ.

        ທີ່​ການພົບ​ປະ​ອື່ນໆ ຢູ່ນອກ​ກອງ​ປະຊຸມ​ສຸດ​ຍອດ G20, ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ຢືນຢັນ​ຄືນ​ໃໝ່ ​​ຄຳ​ໝັ້ນ​ສັນຍາ​ມານະ​ພະຍາຍາມປອດ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ່​ການ​​ເຈລະຈາ​ກັບ​ທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun – hye, ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ເນັ້ນ​ໜັກ​ວ່າ ຈີນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ແຫຼມ​ ເກົາຫຼີ ກໍ່​ຄື​ແກ້​ໄຂ​ບັນດາ​ບັນ​ຫາ​ທີ່​ກ່ຽວຂ້ອງ​ ​​ໂດຍ​ຜ່ານ​ການ​ເຈລະຈາ ​ແລະ ທາ​ບທາມ​ຄວາມ​ເຫັນ.

ຂ່າວ/ບົດ​ອື່ນ