ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນເດັກ ສາກົນ 1/6

ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນເດັກ ສາກົນ 1/6 - ảnh 1
( ​ບ້ານ​ເດັກ SOS )

( vovworld ) -   ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກ​ສາກົນ 1/6​ໄດ້ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ. ຕອນ​ເຊົ້າ​ວັນ​ທີ 1/6, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ຄະນະ​ກຳມະການ​ແນວ​​ໂຮມປະ​ເທດ​ຊາດ​ຫວຽດນາມ Huynh Dam ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ຢູ່​ບ້ານ​ເດັກ SOS, ​ເນື່ອງ​ໃນ​ໂອກາດ​ວັນ​ເດັກ​ສາກົນ. ທ່ານ​ປະທານ​ຄະນະ​ກຳມະການ​ແນວ​ໂຮມປະ​ເທດ​ຊາດ​ Huynh Dam ​ໄດ້​ຍ້ອງຍໍ​ຊົມ​ເຊີຍຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ບືນຕົວ​ຂຶ້ນ, ​ເປັນ​ເດັກ​ຄຳຮູ້ ​ແລະ ຮຽນ​ກັ່ງ​ຂອງ​ພວກ​ຫຼານ​ຢູ່​ບ້ານ​ເດັກ SOS ​ແລະ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່, ການ​ເບິ່ງ​ແຍງ​ດູ​​ແລ​ຂອງ​ພັກ ​ແລະ ລັດ, ບ້ານ​ເດັກນ້ອຍ SOS ສືບ​ຕໍ່​​ໄດ້​ຮັບ​ການ​ປົວ​ແປ່ງຫຼາຍກວ່າ​ອີກ, ສ້າງ​ເງື່ອນ​ໄຂ​ທາງ​ດ້ານ​ວັດຖຸ​ກໍ່​ຄື​ຈິດ​​ໃຈ​ໃຫ້​ແກ່​ເດັກນ້ອຍ.

  ​ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນຢູ່​ນະຄອນ​ດາ​ນັ້ງ, ​ໄດ້​ຈັດ “ ວັນ​ບຸນ​ກ້າວ​ເຂົ້າ​ສູ່​ລະດູ​ແລ້ງ​ເພື່ອ​ຄວາມ​ໄຝ່ຝັນຂອງ​ເດັກ ”. ນ້ອງ Le Thi Ngoc Van, ນັກຮຽນ​ປໍ 5, ​ໂຮງຮຽນ​ປະຖົມ Tran Quoc Toan, ນະຄອນ​ດາ​ນັ້ງ​ໃຫ້​ຮູ້​ວ່າ.

  “ ​ເຂົ້າ​ຮ່ວມ​ວັນ​ບຸນກ້າວ​ເຂົ້າ​ສູ່​ລະດູ​ແລ້ງນ້ອງ​ມີ​ຄວາມ​ພາກ​ພູມ​ໃຈ ​ແລະ ມາ​ທີ່​ນີ້​ນ້ອງ​ໄດ້​ພົບ​ປະ​ກັບ​ບັນດາ​ໝູ່​ເພື່ອນຂອງ​ໂຮງຮຽນ​ອື່ນໆ ​ແລະ ການ​ເຄື່ອນ​ໄຫວ​ມີ​ປະ​ໂຫຍດທີ່​ສຸດ. ນ້ອງ​ຫວັງ​ວ່າ ນັບ​ມື້​ນັບ​ມີ​​ເງື່ອນ​ໄຂ​ຫຼາຍ​ຢ່າງເພື່ອ​ໃຫ​້ພວກ​ນ້ອງ​ສາມາດ​ປະດິດຄິດ​ສ້າງ. ກອງ​ເຍົາວະ​ຊົນໄດ້​ຮັບ​ການ​ຍ້ອງຍໍ​ ນ້ອງ​ຮູ້ສຶກ​ມີ​ຄວາມ​ເປັນກຽດ ​ແລະ ມີ​ຄວາມ​ຜາ​ສຸກ​ທີ່​ສຸດ. ​ນ້ອງ​ຈະ​ພະຍາຍາມ​ເພື່ອ​ນຳກອງ​ເຍົາວະ​ຊົນຂອງ​ຕົນ​ໃຫ້​ນັບ​ມື້​ນັບ​ເກັ່ງ​ກວ່າ ”.

    ​ແລະ​ກໍ​ໃນຕອນ​ເຊົ້າ​ວັນ​ທີ 1/6, ຢູ່​ແຂວງບິ່ງ​ຖ້ວນ ​ໄດ້​ຈັດ​ວັນ​ບຸນ​ເດັກດ້ວຍ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​​ແມ່ນ​ມອບ​ປຶ້​ມ, ​ອຸປະກອນ​ການ​ຮຽນ​ໃຫ້​ພວກ​ຫຼານ​ອະນຸຊົນ, ດ້ອຍ​ຍອດ​ມູນ​ຄ່າ​ເກືອບ 400 ລ້ານ​ດົງ.

ຂ່າວ/ບົດ​ອື່ນ