ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນແມ່ຍິງສາກົນ

  ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນແມ່ຍິງສາກົນ - ảnh 1
ການເຄື່ອນໄຫວ ສະເຫຼີມສະຫຼອງວັນແມ່ຍິງສາກົນ  (ພາບ: baomoi)

(vovworld)- ຕອນ​ເຊົ້າ​ວັນ​ທີ 8/3, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ແມ່ຍິງ​ຫວຽດນາມ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 104 ປີ​ແຫ່ງ​ວັນ​ແມ່ຍິງ​ສາກົນ (8/3); 1974 ປີ​ແຫ່ງ​ວັນ​ລຸກ​ຮື້​ຂຶ້ນ​ຂອງ 2 ພະນາ​ງຈຶງ ​ແລະ ມອບ​ລາງວັນ​ ໂກ​ວາ​ແລບ​ສະກາ​ຍອາ ປີ 2013. ກ່າວ​ຄຳ​ເຫັນ​ທີ​ພິທີ​ສະ​ເຫຼີ​ມສະຫຼອງ,ທ່່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ :

   “ ຈາກ​ສານ​ທົ່ວ​ໂລກ​ຂອງ​ວັນ​ແມ່ຍິງ​ສາກົນ​ປີ​ນີ້​ຄື “ ສະ​ເໝີ​ພາບ​ຕໍ່​ແມ່ຍິງ​ແມ່ນ​ຄວາມ​ກ້າວໜ້າ​ຂອງ​ມະນຸດ”, ພັກ ​ແລະ​ລັດ​ຫວຽດນາມ​ຈະ​ສືບ​ຕໍ່​ເບິ່ງ​ແຍງ,​ຍ​ົກສູງ​ຄວາມ​ຮູ້​ທຸກ​ດ້ານ ​ແລະ ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ແມ່ຍິງ. ຄົ້ນ​ຄ້ວາ, ​ເພີ່ມ​ເຕີມ ​ແລະ ສ້າງ​ບັນດາ​ນະ​ໂຍບາຍ​ໃຫ້​ສົມບູນ​ແບບ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ການ​ປະດິດ​ຄິດ​ສ້າງ​ຂອງ​ແມ່ຍິງ​ຫວຽດນາມ​ຫຼາຍ​ກ່ວາ​ອີກ. ​ເອົາ​ໃຈ​ໃສ່​ກໍ່ສ້າງ, ບຳລຸງ​ເພື່ອ​ເພີ່ມ​ອັດຕາ​ແມ່ຍິງ​ເຂົ້າ​ຮ່ວມ​ໃນ​ຄະນະ​ພັກ ​ແລະ ກົງຈັກ​ຄຸ້ມ​ຄອງ​ລັດ. ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ສະຫະພັນ​ແມ່ຍິງ​ຫວຽດນາມ​​ເຄຶ່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ ”

    ​ແລະ​ກໍ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ , ຕອນ​ເຊົ້າ​ວັນ​ທີ 8/3​, ທ່ານນາງ ຮອງ​ປະທານປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ນັກທຸລະກິດ​ຍິ່ງ​ທີ່​ດີ​ເດັ່ນ ຊຶ່ງ​ແມ່ນ​ສະມາຊິກ​ສະມາຄົມ​ສູນວັດທະນະທຳ ນັກທຸລະ​ກິດ​ຫວຽດນາມ ສັງກັດ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ. ທ່ານນາງ ຮອງ​ປະທານປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ຊົມ​ເຊີຍ​ບັນດາ ນັກທຸລະກິດຍິງ ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ​ເພື່ອ​ວົງ​ຄະນະ​ຍາດ, ​ແຕ່​ກ່ອນ​ອື່ນ​ໝົດ ​ແມ່ນ​ຄວນ​ເອົາ​ໃຈ​ໃສ່​ຕໍ່​ກຳ​ລັງ​ແຮງ​ງານ​ໃນ​ບໍລິສັດ​ຂອງ​ຕົນ. ທ່ານນາງ ຮອງ​ປະທານປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້ສະ​ເໜີ​ວ່າ ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ, ນັກທຸລະກິດ​ຍິງ​ແຕ່ລະຄົນ​ຕ້ອງ​ມີ​ຄຸນ​ທາດ, ​ເສີມ​ຂະຫຍາຍ​ລົກ​ສະ​ນະຂະ​ຫຍັນ​ຂັ່ນ​ເຄື່ອນ ມີ​ຫົວ​ຄິດ​ປະດິດ​ສ້າງ, ອຸທິດ​ສ່ວນ​ຫຼາຍ​ກ່ວາ​ອີກ​ໃຫ້​ແກ່​ການ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ. 

ຂ່າວ/ບົດ​ອື່ນ