ບັນດາການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຢູ່ປະເທດ ແບນຊິກ

(VOVWORLD) -  ວັນທີ 03 ເມສາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຮອດນະຄອນຫລວງ ບຣຸກແຊນ, ລາຊະອານາຈັກ ແບນຊິກ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ລັດຖະສະພາ ເອີຣົບ (EP) ຕາມຄຳເຊີນຂອງທ່ານປະທານ EP Antonio Tajani. 
ບັນດາການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຢູ່ປະເທດ ແບນຊິກ - ảnh 1 ທ່ານນາງ ຫງວຽນທິກິມເງິນ ພົບປະກັບທ່ານປະທານສະພາຕ່ຳລາຊະອານາຈັກ ແບນຊິກ Siegfried Bracke (ພາບ: daibieunhandan.vn)

ພາຍຫລັງໄປຮອດສະໜາມບິນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານປະທານສະພາຕ່ຳລາຊະອານາຈັກ ແບນຊິກ Siegfried Bracke. ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມປາດຖະໜາຢາກຍູ້ແຮງການຮ່ວມມືໃນບັນດາຂົງເຂດເຊິ່ງ ແບນຊິກ ມີຄວາມສາມາດບົ່ມຊ້ອນ ແລະ ຫວຽດນາມ ມີຄວາມຕ້ອງການຄື: ພະລັງງານຜະລິດຄືນໃໝ່, ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ…ເມື່ອແລກປ່ຽນກ່ຽວກັບສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ: ສະພາແຫ່ງຊາດ ແບນຊິກ ຈະສືບຕໍ່ສະໜັບສະໜູນ, ມີສຽງເວົ້າເພື່ອຊຸກຍູ້ລັດຖະສະພາ ເອີຣົບ ມີແຜນການໃຫ້ສັດຕະຍາບັນ EVFTA ໂດຍໄວ, ຍ້ອນວ່າ ເລື່ອງໃຫ້ສັດຕະຍາບັນ EVFTA ຈະນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ທັງ ຫວຽດນາມ, ແບນຊິກ ແລະ ອີຢູ.

        ສ່ວນທ່ານປະທານສະພາຕ່ຳ ແບນຊິກ Siegfried Bracke ເນັ້ນໜັກວ່າ ປັດຈຸບັນ ແມ່ນຈຸດເວລາ ເພື່ອໃຫ້ 2 ປະເທດເປີດກ້ວາງການຮ່ວມມືໄປສູ່ບັນດາຂົງເຂດໃໝ່, ພ້ອມກັນລົງນາມໃນບັນດາສັນຍາຮ່ວມມືໃນຂົງເຂດຕ່າງໆ, ພິເສດແມ່ນກະສິກຳ. ສຳລັບ ສັນຍາ  EVFTA, ທ່ານ Siegfried Bracke ປາດຖະໜາຢາກໃຫ້ 2 ຝ່າຍພ້ອມກັນມານະພະຍາຍາມ ເພື່ອຍູ້ໄວວິວັດທະນາການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາສະບັບນີ້ໂດຍໄວ ແລະ ແບນຊິກ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ວິວັດທະນາການນີ້ ໃນອາຍຸການລັດຖະສະພາ ເອີຣົບ ຈະມາເຖິງ.

        ແລະກໍ່ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານປະທານຄະນະກຳມະການການຄ້າສາກົນຂອງລັດຖະສະພາ ເອີຣົບ (EP) Bernd Lange

ຕອບກັບ

ຂ່າວ/ບົດ​ອື່ນ