ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ກຳປູເຈຍ

(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 3 ຢູ່ ຊຽມຣຽບ ປະເທດ ກຳປູເຈຍ, ຕອນບ່າຍວັນທີ 04 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen.
ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ກຳປູເຈຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານລ້ວນແຕ່ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນ 2 ປະເທດໃນໄລຍະຜ່ານມາ; ພ້ອມກັນສະແດງໃຫ້ເຫັນ ຄວາມຕັດສິນໃຈເຮັດໃຫ້ເລິກເຊິ່ງກ່ວາອີກ ແລະ ນຳການພົວພັນມິດຕະພາບ ແລະ ຮ່ວມມືຮອບດ້ານລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່. ນາຍົກລັດຖະມົນຕີ 2 ທ່ານ ຕີລາຄາສູງເລື່ອງ 2 ປະເທດໄດ້ເຊັນສັນຍາຫຼີກລ້ຽງການເກັບພາສີຊ້ອນ ແລະ ບົດບັນທຶກກອງປະຊຸມລະຫວ່າງ 2 ທ່ານປະທານຄະນະກຳມະການປະສົມຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ - ກຳ ປູເຈຍ ຢູ່ນອກກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 (GMS-6) ແລະ ກອງປະຊຸມສຸດຍອດເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10) ຢູ່ຮ່າໂນ້ຍຜ່ານມາ.

        2 ຝ່າຍກໍ່ເຫັນດີເປັນເອກະພາບນຳກັນວ່າ ຈະຮັກສາການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ; ສົມທົບກັນຈັດຕັ້ງກອງປະຊຸມຄັ້ງທີ 16 ຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກນິກຢູ່ ຮ່າໂນ້ຍ ແຕ່ວັນທີ 16 – 18 ພຶດສະພາ 2018 ເປັນຢ່າງດີ. 2 ຝ່າຍແລກປ່ຽນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງຄະນະກຳມະການປະສົມຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກ 2 ປະເທດ ໄດ້ສຳເລັດໜ້າວຽກເປັນສ່ວນໃຫຍ່ໃນໄລຍະຜ່ານມາ ແລະ ປາດຖະໜາຢາກໃຫ້ 2 ຝ່າຍສຳເລັດວຽກງານນີ້ ໃນໄລຍະໄວໆທີ່ສຸດ.

        ແລະກໍ່ໃນຕອນເຊົ້າວັນທີ 05 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ອາໄສຢູ່ ຊຽມຣຽບ ກຳປູເຈຍ.

        ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອວຍພອນບຸນປີໃໝ່ໃຫ້ພໍ່ແມ່ປະຊາຄົມຊາວ ກຳ ປູເຈຍ ເຊື້ອຊາດ ຫວຽດນາມ; ພ້ອມທັງຢືນຢັນວ່າ: ພັກ, ລັດຖະບານ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ ແລະ ອາລົມຈິດພິເສດສຳລັບຊາວ ກຳ ປູເຈຍ ເຊື້ອຊາດ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີສະມາຄົມໃຫຍ່ຊາວກຳປູເຈຍ ເຊື້ອຊາດ ຫວຽດນາມ ແລະ ບັນດາສະມາຄົມແຂວງ ໜູນຊ່ວຍ, ຂົນຂວາຍເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈ, ດຳລົງຊີວິດເປັນປົກກະຕິ. ທ່ານນາຍົກລັດຖະມົນຕີກໍ່ສະເໜີພໍ່ແມ່ປະຊາຊົນເຄົາລົບກົດໝາຍ ກຳປູເຈຍ, ສືບຕໍ່ປະກອບສ່ວນສ້າງລາຊະອານາຈັກ ກຳປູເຈຍ ໃຫ້ຮຸ່ງເຮືອງສີວິໄລ, ພ້ອມທັງຮັກສາພາສາຫວຽດນາມ, ສີສັນ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງປະເທດ ຫວຽດນາມ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ທີ່ປະສົບກັບຄວາມທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ