ບັນດາການເຄື່ອນໄຫວຂອງວິສາຫະກິດໃນປີ ອາຊຽນ

(VOVWORLD) - ຕາມຂໍ້ມູນຂ່າວສານຈາກຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ນອນໃນຂອບເຂດບັນດາການເຄື່ອນໄຫວວິສາຫະກິດໃນປີ ອາຊຽນ 2020 ໂດຍ VCCI ເປັນເຈົ້າພາບຈັດຕັ້ງ ຕາມການແບ່ງວຽກຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020 ຈະດຳເນີນກອງປະຊຸມສຸດຍອດນັກທຸລະກິດຍິງ ອາຊຽນ (ASEAN Woman Entrepreneur Summit 2020).
ບັນດາການເຄື່ອນໄຫວຂອງວິສາຫະກິດໃນປີ ອາຊຽນ - ảnh 1ທ່ານ ຫວູຕ໊ຽນລົກ, ຫົວໜ້າຫ້ອງການ VCCI  (ພາບ: baodautu.vn)

        ກອງປະຊຸມດັ່ງກ່າວ ຈະດຳເນີນຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຢູ່ ຮ່າໂນ້ຍ ໃນວັນທີ 09 ພະຈິກ 2020 ເຊິ່ງຈະປຶກສາຫາລືກ່ຽວກັບເລື່ອງສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກດີ ແນໃສ່ຊຸກຍູ້ສິດ ແລະ ກຳລັງຄວາມສາມາດດ້ານເສດຖະກິດຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ ອາຊຽນ. ກ່ຽວຂ້ອງເຖິງກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ 2020 (Vietnam Business Summit – VBS 2020), ທ່ານ ຫວູຕ໊ຽນລົກ, ຫົວໜ້າຫ້ອງການ VCCI ໃຫ້ຮູ້ວ່າ: ດ້ວຍຫົວເລື່ອງປີ 2020 “ຫວຽດນາມ ຫັນເປັນດີຈີຕອນ: ເປັນເຈົ້າການຮັບມືເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ” ແລະ ຈະໄດ້ຈັດຕັ້ງໃນວັນທີ 12 ພະຈິກ 2020, ກອງປະຊຸມ VBS ຈະແມ່ນກາລະໂອກາດ ເພື່ອໃຫ້ບັນດານັກລົງທຶນຊອກຮູ້ກ່ຽວກັບແງ່ຫວັງດ້ານເສດຖະກິດ ຫວຽດນາມ ຕໍ່ໜ້າໂລກລະບາດໂຄວິດ-19 ກໍ່ຄືກຳນົດຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂະແໜງການທີ່ມີທ່າແຮງຂອງ ຫວຽດນາມ ໃນສະພາບທີ່ເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກຄື logistics, ກະສິກຳ, ການບໍລິການ IT.

ຕອບກັບ

ຂ່າວ/ບົດ​ອື່ນ