ບັນດາການເຄື່ອນໄຫວຕອບບຸນແທນຄຸນເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ການນຳນະຄອນດ່ານັ້ງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍດີເດັ່ນໃນບໍລິເວນນະຄອນ.

ບັນດາການເຄື່ອນໄຫວຕອບບຸນແທນຄຸນເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1 ການນຳນະຄອນດ່ານັ້ງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້

ບັນດາຄອບຄົວນະໂຍບາຍດີເດັ່ນໃນບໍລິເວນນະຄອນ

(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2020), ຕອນເຊົ້າວັນທີ 17 ກໍລະກົດ, ການນຳນະຄອນດ່ານັ້ງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍດີເດັ່ນໃນບໍລິເວນນະຄອນ. ການນຳນະຄອນໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນ, ການເສຍສະຫຼະຊີວິດຂອງລຸ້ນພໍ່ລຸ້ນອ້າຍ ເພື່ອຊີວິດທີ່ເສລີພາບ, ຄວາມຜາສຸກຄືໃນວັນນີ້; ປາດຖະໜາວ່າ ບັນດາແມ່ຫວຽດນາມ ວິລະຊົນ, ທະຫານເສຍອົງຈະສືບຕໍ່ເສີມຂະຫຍາຍຄຸນນະທາດທະຫານລຸງໂຮ່, ເປັນແບບຢ່າງດີເດັ່ນເພື່ອໃຫ້ລຸ້ນຫຼັງໄດ້ຮໍ່າຮຽນເອົາ ແລະ ປະຕິບັດຕາມ. ຕາມຜູ້ຕາງໜ້າພະແນກແຮງງານທະຫານເສຍອົງຄະ ແລະ ສັງຄົມນະຄອນດ່ານັ້ງ ແລ້ວ, ທາງນະຄອນໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນສະແດງຄວາມຮູ້ບຸນຄຸນໃຫ້ກວ່າ 45.000 ເປົ້າໝາຍນະໂຍບາຍ, ດ້ວຍຍອດຈຳນວນເງິນກວ່າ 20 ຕື້ດົ່ງ.

        ແລະເນື່ອງໃນໂອກາດນີ້, ນັບແຕ່ວັນທີ 17 ກໍລະກົດ, ການນຳແຂວງ ດັ໊ກລັ໊ກ ເລີ່ມຈັດຕັ້ງບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດກວ່າ 15.000 ຄົນ. ພ້ອມກັບການໄປຢື້ຢາມຖາມຂ່າວ, ມອບຂອງວັນ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດໃນບໍລິເວນແຂວງ ດັ໊ກລັ໊ກ ກໍໄດ້ປະຕິບັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອເບິ່ງແຍງດູແລບັນດາເປົ້າໝາຍນະໂຍບາຍຄື: ມອບປຶ້ມເງິນຟາກປະຢັດ, ໜູນຊ່ວຍທຶນສ້າງວຽກເຮັດງານທຳ…

ຕອບກັບ

ຂ່າວ/ບົດ​ອື່ນ