ບັນດາການເຄື່ອນໄຫວຕອບສະໜອງວັນປື້ມ ຫວຽດນາມ ຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -  ຕອບສະໜອງວັນປື້ມ ຫວຽດນາມ ຄັ້ງທີ 6, ວັນປື້ມ ແລະ ລິຂະສິດໂລກ, ຕອນເຊົ້າວັນທີ 11 ເມສາ, ທີ່ຫໍວັດທະນະທຳແຂວງ ຮ່ວາບີງ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ໄດ້ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່ວາບີງ ຈັດຕັ້ງພິທີໄຂງານວາງສະແດງປື້ມແຂວງ ຮ່ວາບີງ ປີ 2019
ບັນດາການເຄື່ອນໄຫວຕອບສະໜອງວັນປື້ມ ຫວຽດນາມ ຢູ່ທ້ອງຖິ່ນຕ່າງໆ - ảnh 1 ງານວາງສະແດງປື້ມແຂວງ ຮ່ວາບີງ ປີ 2019  (ພາບ: baohoabinh.com.vn)

 

 ແນໃສ່ເຊີດຊູວັດທະນະທຳການອ່ານ ແລະ ປຸກລະດົມຂະບວນການອ່ານ ແລະ ປະຕິບັດຕາມປື້ມ. ປີນີ້ແມ່ນປີທີ່ 5, ວັນປື້ມ ຫວຽດນາມ ແຂວງ ຮ່ວາບີງ ໄດ້ຈັດຕັ້ງໃນເວລາ 1 ວັນ ດ້ວຍບັນດາການເຄື່ອນໄຫວຕົ້ນຕໍຄື: ງານວາງສະແດງ, ຈັດຕັ້ງການແຂ່ງຂັນບັນລະຍາຍກ່ຽວກັບຮ້ານວາງສະແດງ, ເລົ່າເລື່ອງ, ສະແດງລະຄອນໂຄສະນາແນະນຳປື້ມ; ຈັດຕັ້ງການມອບປື້ມໃຫ້ບັນດາໂຮງຮຽນ…

        ແລະໃນຕອນບ່າຍວັນທີ 11 ເມສາ, ທີ່ນະຄອນ ບັກນິງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ໄດ້ສົມທົບກັບຫໍສະໝຸດແຂວງ ບັກນິງ ຈັດຕັ້ງວັນປື້ມ ແລະ ວັດທະນະທຳການອ່ານຄັ້ງທີ 8 ປີ 2019 ດ້ວຍຫົວຂໍ້ວ່າ “ປື້ມ - ພູມປັນຍາ ແລະ ຊີວິດການເປັນຢູ່”.

ຕອບກັບ

ຂ່າວ/ບົດ​ອື່ນ