ບັນດາການເຄື່ອນໄຫວຕອບສະໜອງວັນປື້ມຫວຽດນາມແລະວັນປື້ມແລະລິຂະສິດໂລກ

ບັນດາການເຄື່ອນໄຫວຕອບສະໜອງວັນປື້ມຫວຽດນາມແລະວັນປື້ມແລະລິຂະສິດໂລກ - ảnh 1
ການເຄື່ອນໄຫວຕອບສະໜອງວັນປື້ມ ຫວຽດນາມ
(ພາບອິນເຕີແນັດ)

(vovworld) - ວັນ​ທີ 21/4, ຫໍສະໝຸດ​ແຫ່ງ​ຊາດ ຫວຽດນາມ ສົມທົບ​ກັບ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຈັດ​ຕັ້ງ​ວັນ​ບຸນ​ປື້​ມປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “ປື້​ມ - ການ​ເຊື່ອມ​ໂຍງ, ການ​ປ່ຽນ​ໃໝ່ ​ແລະ ພັດທະນາ“. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ປື້​ມ ຫວຽດນາມ (21/4), ວັນ​ປື້​ມ ​ແລະ ລິ​ຂະ​ສິດ​ໂລກ (23/4). ​ໃນ​ວັນ​ບຸນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ອັນ​ອຸດົມສົມ​ບຸນ​ຫຼາຍ​ຢ່າງ​ເຊັ່ນ: ງານ​ວາງສະ​ແດງ​ເອກະສານ “ປື້​ມ - ການ​ເຊື່ອມ​ໂຍງ, ການ​ປ່ຽນ​ໃໝ່ ​ແລະ ພັດທະນາ“, ​ແນະນຳ​ບັນດາ​ເອກະສານ​ທີ່​ພິມ​ຈຳໜ່າຍ​ພາຍຫຼັງ​ປີ 1986 ກ່ຽວ​ກັບ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ, ປ່ຽນ​ໃໝ່ ​ແລະ ການ​ພັດທະນາ​ຂອງ​ ຫວຽດນາມ… ​ເນື່ອງ​ໃນ​ໂອກາດ​ນີ້, ຫໍສະໝຸດ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ບໍລິຈາກ, ຮັບ​ເອົາ​ປື້​ມ​ໂດຍ​ບັນດາ​ຫົວໜ່ວຍ, ສ່ວນ​ບຸກຄົນ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ຫໍສະໝຸດ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ