ບັນດາການເຄື່ອນໄຫວທີ່ ຟົດຟື້ນໃນເດືອນຊາວໜຸ່ມ ແລະ ຕອບສະໜອງວັນບຸນປູກຕົ້ນໄມ

(VOVWORLD) -ຕອນເຊົ້າວັນທີ 28 ກຸມພາ ຄະນະຊາວໜຸ່ມນະຄອນ ດ່າໜັງ ໄດ້ຈັດພິທີເຄື່ອນພົນ “ເດືອນຊາວໜຸ່ມ” ປີ 2021 ດ້ວຍຫົວຂໍ້ “ໄວໜຸ່ມນະຄອນ ດ່າໜັງ ເອກອ້າງທະນົງໃຈຕໍ່ມູນເຊື້ອຂອງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ”. 
ບັນດາການເຄື່ອນໄຫວທີ່ ຟົດຟື້ນໃນເດືອນຊາວໜຸ່ມ ແລະ ຕອບສະໜອງວັນບຸນປູກຕົ້ນໄມ - ảnh 1ການເຄືອ່ນໄຫວຕອບສະໜອງວັນບຸນປູກຕົ້ນໄມ້ “ຮູ້ບຸນຄຸນຕໍ່ລຸງ ໂຮ່ ຕະຫຼອດການ” ລະດູບານໃໝ່ ປີ ສະຫຼູ 2021

     ທີ່ພິທີດັ່ງກ່າວ ຄະນະຊາວໜຸ່ມນະຄອນ ດ່າໜັງ ໄດ້ຊ່ວຍໜູນເງິນ ເພື່ອສ້ອມແປງເຮືອນໃຫ້ແກ່ນັກສຶກສາຄົນໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກ; ຊ່ວຍໜູນແນວປູກໃຫ້ແກ່ຊາວໜຸ່ມ ໃນການສ້າງອາຊີບຢູ່ເມືອງ ຮ່ວາວາງ. ອອກສະເໜີໂຕ 5 ກອງຊາວໜຸ່ມອາສາສະໝັກ, ພ້ອມທັງປຸກະດົມການປະຕິບັດວັນບຸນປູກຕົ້ນໄມ້. ປີ 2021 ຄະນະຊາວໜຸ່ມນະຄອນ ດ່າໜັງ ສູ້ຊົນປູກຕົ້ນໄມ້ 30.000 ຕົ້ນຢູ່ບໍລິເວນນະຄອນ.

      ສ່ວນຢູ່ແຂວງ ລາຍເຈົາ ຄະນະຊາວໜຸ່ມແຂວງ  ໄດ້ຈັດຕັ້ງພິທີດຳເນີນເດືອນ ຊາວໜຸ່ມ ປີ 2021 ດ້ວຍຫົວຂໍ້ “ເອກອ້າງທະນົງໃຈຕໍ່ມູນເຊື້ອ - ກ້າວຂຶ້ນຢ່າງໝັ້ນຄົງໃນອະນາຄົດ” ແລະ ຕອບສະໜອງວັນບຸນປູກຕົ້ນໄມ້ “ຮູ້ບຸນຄຸນຕໍ່ລຸງ ໂຮ່ ຕະຫຼອດການ” ລະດູບານໃໝ່ ປີ ສະຫຼູ 2021. ທີ່ພິທີປຸກລະດົມ, ຄະນະຊາວໜຸ່ມຂັ້ນຕ່າງໆ ໃນແຂວງ ລາຍເຈົາ ໄດ້ຕັ້ງໜ້າເຂົ້າຮ່ວມບັ້ນເຄື່ອນໄຫວ ປູກຕົ້ນໄມ້ 1 ຕຶ້ຕົ້ນ ໂດຍນາຍົກລັດຖະມົນຕີປຸກລະດົມ.

      ສ່ວນຢູ່ແຂວງ ຮວ່າບິ່ງ ໃນວັນທີ 27 ກຸມພາ ຄະນະຊາວໜຸ່ມແຂວງ ໄດ້ສົມທົບກັບຄະນະຊາວໜຸ່ມເມືອງ ເຕິນລາກ ໄດ້ຈັດຕັ້ງພິທີປຸກລະດົມ ເດືອນຊາວໜຸ່ມ ປີ 2021 ດ້ວຍຫົວຂໍ້ “ເອກອ້າງທະນົງໃຈຕໍ່ມູນເຊື້ອຄະນະຊາວໜຸ່ມ ຄອມມູນິດ ໂຮ່ຈະມິນ”  ແລະ ວັນບຸນປູກຕົ້ນໄມ້ “ຮູ້ບຸນຄຸນຕໍ່ລຸງ ໂຮ່ຕະຫຼອດການ” ລະດູບານໃໝ່ປີ ສະຫຼູ 2021. 

ຕອບກັບ

ຂ່າວ/ບົດ​ອື່ນ