ບັນດາການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດວັນແມ່ຍິງ ຫວຽດນາມ 20/10

(VOVWORLD) - ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທ່ງຟອງ ສະເໜີໃຫ້ສະຫະພັນແມ່ຍິງທຸກຂັ້ນຢູ່ນະຄອນ ສືບຕໍ່ຍູ້ແຮງ, ປ່ຽນແປງໃໝ່ວຽກງານໂຄສະນາ, ສຶກສາ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ໃຫ້ທົ່ວສັງຄົມກ່ຽວກັບບົດບາດຂອງແມ່ຍິງ
ບັນດາການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດວັນແມ່ຍິງ ຫວຽດນາມ 20/10 - ảnh 1  ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທ່ງຟອງ. ພາບ: nld.com.vn

  ວັນທີ 20 ຕຸລາ, ຄະນະຈັດຕັ້ງການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ (20/10/1930 – 20/10/2020). ອວຍພອນ ແລະ ຍ້ອງຍໍຊົມເຊີຍບັນດາຜົງານທີ່ບັນລຸໄດ້ຂອງຂະບວນການແມ່ຍິງ, ການເຄື່ອນໄຫວຂອງສະຫະພັນແມ່ຍິງນະຄອນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທ່ງຟອງ ສະເໜີໃຫ້ສະຫະພັນແມ່ຍິງທຸກຂັ້ນຢູ່ນະຄອນ ສືບຕໍ່ຍູ້ແຮງ, ປ່ຽນແປງໃໝ່ວຽກງານໂຄສະນາ, ສຶກສາ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ໃຫ້ທົ່ວສັງຄົມກ່ຽວກັບບົດບາດຂອງແມ່ຍິງທີ່ມີຕໍ່ພາລະກິດການປະຕິວັດຂອງປະເທດຊາດ, ຄວາມຜາສຸກຂອງແຕ່ລະຄອບຄົວ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ.

        ແລະກໍ່ໃນວັນດຽວກັນ, ສະຫະພັນແມ່ຍິງແຂວງ ດັກນົງ, ແຂວງ ກາເມົາ ກໍ່ໄດ້ຈັດຕັ້ງພິທີພົບປະສັງສັນ ແລະ ຍ້ອງຍໍ, ມອບລາງວັນໃຫ້ແກ່ການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ